ສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ
(vovworld) - ວັນທີ 21/2, ຢູ່ຮ່າໂນ້ຍ, ຄະນະໂຄສະນາສືກສາສູນກາງ ສົມທົບກັບ ຄະນະພັກນະຄອນຮ່າໂນ້ຍ ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບ “ການສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ”. ຢູ່ທີ່ນີ້, ບັນດາຜູ້ແທນຖືວ່າ: ເພື່ອເຮັດໃຫ້ການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງລຸງໂຮ່ ໄດ້ຮັບການປະຕິບັດເປັນປະຈຳ, ແລະຕໍ່ເນື່ອງໃນໄລຍະ 2011 – 2015 ແລະ ມີປະສິດທິຜົນຢ່າງແທດຈິງ, ຫຼີກລ້ຽງແບບຮູບການ, ແຕ່ລະອົງການ, ຫົວໜ່ວຍຕ້ອງເຫັນດີເປັນເອກະສັນກ່ຽວກັບສະຕິຄວາມຮູ້, ວຽກງານຊີ້ນຳນຳພາ ແລະ ມີບັນດາວຽກງານລະອຽດຕາມມາດຕະຖານຄຸນສົມບັດຂອງເພິ່ນ. ພິເສດ, ຕ້ອງຕິດພັນກັບການປະຕິບັດໜ້າທີ່ການເມືອງຂອງອົງການ, ຫົວໜ່ວຍ ແລະ ການປະຕິບັດມະຕິສູນກາງພັກຄັ້ງທີ 4 ກ່ຽວກັບ “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ”. ບັນດາຜູ້ແທນສະເໜີວ່າ, ຄະນະໂຄສະນາສືກສາສູນກາງ ຄວນປະກາດໃຊ້ແນະນຳຫົວຂໍ້ຢ່າງລະອຽດໃຫ້ແກ່ແຕ່ລະປີ, ສະເໜີໃຫ້ຄະນະພັກນະຄອນຮ່າໂນ້ຍ ຮຽກຮ້ອງໃຫ້ບັນດາຂະແໜງການ, ໝູ່ຄະນະ, ແນວໂຮມປະເທດຊາດປະກາດໃຊ້ແນະນຳລະອຽດເພື່ອໃຫ້ຫົວໜ່ວຍປະຕິບັດ. ຄະນະພັກນະຄອນຮ່າໂນ້ຍ ກໍຄວນເລືອກຮູບແບບການຈັດຕັ້ງເພື່ອຖອດຖອນບົດຮຽນ, ຊີ້ນຳທະວີຄຸນຢ່າງກ້ວາງຂວາງ. ໄປຄຽງຄູ່ກັນນັ້ນ, ຄວນເພີ່ມທະວີການໂຄສະນາເຜີຍແຜ່, ໄປຄຽງຄູ່ກັບການກວດກາ, ຕິດຕາມກວດກາ, ສະຫຼຸບ, ເພື່ອຍ້ອງຍໍສັນລະເສີນຢ່າງເໝາະສົມ, ສ້າງກຳລັງໜູນຢ່າງແຂງແຮງໃນການປະຕິບັດກ່ວາອີກ.