ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາການພົວພັນຍຸດທະສາດຫວຽດນາມ - ຍີ່ປຸ່ນ

ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາການພົວພັນຍຸດທະສາດຫວຽດນາມ - ຍີ່ປຸ່ນ - ảnh 1
ທ່ານ ​ໂຕ​ຮຸຍ​ເຮື໋ອ, ກຳ​ມະ​ການ​ກົມ​ການ​ເມືອງ
ຕ້ອນຮັບ​ທ່ານ Yukio Hatoyama, ອະດີດ​ນາຍົກລັດຖະມົນຕີຍີ່ປຸ່ນ
(ພາບ: TTXVN)


(vovworld) – ​ຕອນ​ເຊົ້າ​ວັນ​ທີ 30 ຕຸລາ, ຢູ່​ຮ່າ​ໂນ້ຍ, ທ່ານ ​ໂຕ​ຮຸຍ​ເຮື໋ອ, ກຳ​ມະ​ການ​ກົມ​ການ​ເມືອງ, ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ປະທານ​ກຸ່ມ​ ສສຊ ມິດຕະພາບ ຫວຽດນາມ - ຍີ່​ປຸ່ນ ​ໄດ້​ຕ້ອນຮັບ​ທ່ານ Yukio Hatoyama, ອະດີດ​ນາຍົກລັດຖະມົນຕີຍີ່ປຸ່ນ, ອະດີດ​ປະທານກຸ່ມ​ ສສຊ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ຂອງ​ພັກ​ປະຊາທິປະ​ໄຕ​ຍີ່ປຸ່ນ (DPJ) ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ ໂຕ​ຮຸຍ​ເຮື໋ອ ​ໄດ້​ອວຍພອນ​ທ່ານ Yukio Hatoyama ຫາກໍ່ໄດ້ຮັບ​ຫຼຽນ​ໄຊ​ມິດຕະພາບ, ​ເຊິ່ງ​ແມ່ນ​ລາງວັນ​ອັນ​ສູງ​ສົ່ງ​ຂອງ​ລັດ​ຫວຽດນາມ ທີ່​ສະຫງວນ​ໃນ​ແກ່​ຊາວ​ຕ່າງປະ​ເທດ ​ແລະ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ອິດທິຜົນ​ຊື່​ສຽງ​ອັນ​ໃຫຍ່​ຫຼວງ​ຂອງ​ຕົນ, ທ່ານ Yukio Hatoyama ຈະ​ສືບ​ຕໍ່​ມີ​ການ​ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​​ໃຫ້​ພັດທະນາ​ຢ່າງເລິກ​ເຊິ່ງ ​ແລະ ກວ້າງຂວາງ. ສ່ວນ​ທ່ານ Yukio Hatoyama ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ເຊິ່ງປະຊາຊົນ​ຫວຽດນາມ ບັນລຸ​ໄດ້​ໃນ​ພາລະກິດ​ປ່ຽນ​ໃໝ່ ​ແລະ ຢືນຢັນ​ວ່າ ​ໃນ​ບໍ່​ວ່າ​ຕໍ່າ​ແໜ່​ງ​ໃດ​ ທ່ານ​ກໍ່ສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ ມີ​ບັນດາ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ກາ​ນພົວພັນ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ