ສືບຕໍ່ປ່ຽນໃໝ່ລະບົບສາທາລະນະສຸກຫວຽດນາມ ເພື່ອບັນລຸປະສິດທິຜົນສູງ

ສືບຕໍ່ປ່ຽນໃໝ່ລະບົບສາທາລະນະສຸກຫວຽດນາມ ເພື່ອບັນລຸປະສິດທິຜົນສູງ - ảnh 1
ກອງ​ປະຊຸມ​ຜັນ​ຂະຫຍາຍໜ້າ​ທີ່​ສາທາລະນະ​ສຸກ ປີ 2012
(ພາບ: baomoi.com)

(vovworld) - ​​ໂດຍເປັນ​ປະທານ​ກອງ​ປະຊຸມ​ຜັນ​ຂະຫຍາຍໜ້າ​ທີ່​ສາທາລະນະ​ສຸກ ປີ 2012 ​ແລະ ສະ​ເຫຼີ​ມສະຫຼອງ​ວັນ​ແພດ​ໝໍ​ຫວຽດນາມ ທີ່​ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 23/2 ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢູງ ​ໄດ້​ຊີ້​ແຈ້ງວ່າ: 67 ປີ​ແຫ່ງ​ວັນ​ກໍ​່ສ້າງ ​ແລະ ພັດທະນາ​, ຂະ​ແໜງ​ສາທາລະນະ​ສຸກ​ຫວຽດນາມ​ໄດ້​ເຕີບ​ໃຫຍ່​​ໃນ​ທຸກ​ດ້ານ, ທັງ​ດ້ານ​ເຄື​ອຂ່າຍ​ບັນດາ​ຮາກ​ຖານ​ສາທາລະນະ​ສຸກ, ຖັນ​ແຖວພະນັກງານທ່ານໝໍ, ພະນັກງານ​ສາທາລະນະ​ສຸກ ​ແລະ ຄຸນ​ນະພາ​ບການ​ກວດກາປິ່ນປົວພະຍາດ, ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ໃຫ້​ແກ່​ປະຊາຊົນ. ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ບັນລຸ​ໄດ້, ຂະ​ແໜງ​ສາທາລະນະ​ສຸກ​ຫວຽດນາມ ຄວນ​ສືບ​ຕໍ່​ມານະ​ພະຍາຍາມ​ຕອບ​ສະໜອງ​ບັນດາ​ຄວາມ​ຕ້ອງການ​ກ່ຽວ​ກັບ​ການ​ປ້ອງ​ກັນ, ​ເບິ່ງ​ແຍງ​ດູ​ແລ ​ແລະ ຍົກ​ສູງ​ສຸຂະພາບ​ຂອງ​ປະຊາຊົນ​ກ່ວາ​ອີກ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ຮັກ​ແພງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ. ​ເມື່ອ​ເຕື້ອງ​ເຖິງ​ບັນດາ​ໜ້າ​ທີ່​ຂອງ​ຂະ​ແໜງ​ສາທາລະນະ​ສຸກ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຮຽກຮ້ອງ​ໃຫ້​ທົ່ວ​ຂະ​ແໜງ​ຄວນ​ສືບ​ຕໍ່​ປ່ຽນ​ໃໝ່ ​ແລະ ສ້າງ​ສຳ​ເລັດ​ລະບົບ​ສາທາລະນະ​ສຸກ​ຫວຽດນາມ​ຕາມ​ທິດ​ຍຸຕິ​ທຳ, ມີ​ປະສິດທິ​ຜົນ ​ແລະ ພັດທະນາ, ພິ​ເສດ​ແມ່ນ​ສາທາລະນະ​ສຸກ​ຂັ້ນ​ຮາກ​ຖານ, ​ເຄືອ​ຂ່າຍ​ສາທາລະນະ​ສຸກ​ສຳຮອງ, ຮັບປະກັນ​ໃຫ້​ແກ່ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ປະຊາຊົນ​ເພື່ອ​ບັນລຸ​ຜົນງານ​ດີ​ທີ່​ສຸດ. ທ່ານ​ນາຍົກລັດຖະມົນຕີ ຕັກ​ເຕືອນ​ວ່າ​: ຂະ​ແໜງ​ສາທາ​ລະນະ​ສຸກ​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ເປີດ​ກ້ວາງ​ບັນດາ​ຮູບ​ແບບ​ການ​ບຳລຸງ​ສ້າງ ​ເພື່ອ​ແນ​ໃສ່​ຮັບປະກັນ​ຊັບພະຍາກອນ​ມະນຸດ​ໃຫ້​ແກ່​ບັນດາ​ຮາກ​ຖານ​ສາທາລະນະ​ສຸກ​ໃນ​ໄລຍະ​​ຈະ​ມາ​ເຖິງ, ບັນດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ພະຍາດ​ຄວນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ.

 

ຂ່າວ/ບົດ​ອື່ນ