( vovworld ) – ວັນທີ 14/4, ອົງຄະນະພັກຫ້ອງວ່າການລັດຖະບານໄດ້ຈັດຕັ້ງກອງປະຊຸມຊາບຊືມມະຕິສູນກາງຄັ້ງທີ 4 ຊຸດທີ 11 ກ່ຽວກັບ “ ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາອົງຄະນະພັກ,ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ Vu Duc Dam ໄດ້ເນັ້ນໜັກເຖິງມະຕິສູນກາງຄັ້ງທີ 4 ຊຸດທີ 11 ແມ່ນມີທິ່ຕັ້ງ, ຄວາມໝາຍສຳຄັນທີ່ມີຕໍ່ວຽກງານກໍ່ສ້າງພັກໃນປະຈຸບັນ, ທ່ານລັດຖະມົນຕີ Vu Duc Dam ໄດ້ເອົາໃຈໃສ່ເຖິງບັນດາບັນຫາໃນວິວັດແຫ່ງການຊີ້ນຳຈັດຕັ້ງການປະຕິບັດມະຕິສູນກາງຄັ້ງທີ 4 ຊຸດທີ 11 ຢູ່ທີອົງຄະນະພັກຫ້ອງວ່າການລັດຖະບານໃນໄລຍະທີ່ຈະມາເຖິງ. ພາຍຫຼັງກອງປະຊຸມນີ້, ອົງຄະນະພັກຫ້ອງວ່າການລັດຖະບານສືບຕໍ່ຊີ້ນຳປະຕິບັດວຽກງານຊາບຊືມ ແລະ ຜັນຂະຫຍາຍການປະຕິບັດມະຕິສູນກາງຄັ້ງທີ 4 ຊຸດທີ 11 ກ່ຽວກັບບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນໃຫ້ແກ່ພະນັກງານ, ສະມາຊິກພັກຂອງອົງການ ແລະ ຫົວໜ່ວຍຂອງຕົນເປັນຢ່າງດີ.
ວຽກງານຊາບຊືມ ແລະ ຜັນຂະຫຍາຍການປະຕິບັດມະຕິສູນກາງຄັ້ງທີ 4 ຊຸດທີ 11 ກ່ຽວກັບ “ ບາງບັນຫາຮີບດ່ວນກ່ຽວກັບກ່ຮກໍ່ສ້າງພັກໃນປະຈຸບັນ ” ຊືບຕໍ່ປະຕິບັດຢູ່ບັນດາແຂວງພາກກາງ. ມີຫຼາຍແຂວງໄດ້ຈັດຕັ້ງກອງປະຊຸມເພື່ອຮັບເອົາຄຳຄິດຄຳເຫັນຂອງບັນດາພະນັກງານພັກກິນເບ້ຍບຳນານເພື່ອປະກອບສ່ວນໃນການກໍ່ສ້າງພັກຄື ແຂວງ Binh Dinh, Phu Yen, Quang Nam ແລະ Thua Thien Hue. ສະເພາະແຂວງ Binh Dinh ໄດ້ຜັນຂະຫຍາຍຊາບຊືມມະຕິເຖິງໝູ່ປະຊາຊົນຜູ້ມີພູມປັນຍາ. ເບິ່ງລວມແລ້ວ, ບັນດາແຂວງລ້ວນແຕ່ໃກ້ຊິດຕາມຄຳຊີ້ນຳຂອງກົມການເມືອງ ແລະ ຄະນະເລຂາ ດ້ວຍຈິດໃຈຮີບດ່ວນ, ເຂັ້ມງວດແຕ່ລະມັດລະວັງ ແລະ ແນບນຽນ. ທ່ານ Phan Cong Tuyen, ຫົວໜ້າຄະນະໂຄສະນາສຶກສາຄະນະພັກແຂວງ Thua Thien Hue ໄດ້ຢືນຢັນວ່າ.
“ ພ້ອມກັບການປະຕິບັດການດຳເນີນຊີວິດດ້ານການເມືອງເພື່ອຊາບຊືມກຳໄດ້ບັນດາທັດສະນະຂອງພັກຢ່າງເລິກເຊິ່ງ, ພ້ອມກັນນັ້ນປະຕິບັດຢ່າງເຂັ້ມງວດ, ພວກຂ້າພະເຈົ້າປະຕິບັດມະຕິສູນກາງພັກຄັ້ງທີ່ 4 ຕິດພັນກັບໜ້າທີ່ການເມືອງ ແລະ ປະຕິບັດຄຳສັ່ງເລກທີ 03 ກ່ຽວກັບການປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານ ໂຮ່ຈິມິນ ”.