ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ກ່າວຄຳເຫັນທີ່ວາລປະຊຸມ
(ພາບ: An Đăng – TTXVN)
|
(vovworld) – ໃນຂອບເຂດວາລະປະຊຸມຄັ້ງທີ 37, ຕອນບ່າຍວັນທີ 8/4, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ບົດລາຍງານໝາກຜົນຂອງກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 132 (IPU 132) ເຊິ່ງຫາກໍ່ໄດ້ຮັບການຈັດຕັ້ງສຳເລັດຢູ່ຮ່າໂນ້ຍ. ເມື່ອລາຍງານກ່ຽວກັບໝາກຜົນຂອງ IPU 132, ທ່ານ ເຈີ່ນວັນຮັ່ງ, ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຮັບໜ້າທີ່ເປັນປະເທດເຈົ້າພາບສຳເລັດຜົນ ແລະ ສະແດງບົດບາດເປັນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບໃນກອງປະຊຸມໃຫຍ່ IPU 132. ທ່ານປະທານ ແລະ ເລຂາທິການໃຫຍ່ IPU ແລະ ບັນດາຜູ້ແທນສາກົນລ້ວນແຕ່ຕີລາຄາສູງປະເທດເຈົ້າພາບ ຫວຽດນາມ ບໍ່ພຽງແຕ່ປະກອບສ່ວນຕັ້ງໜ້າເຂົ້າໃນວຽກງານຈັດຕັ້ງເທົ່ານັ້ນ, ຫາກຍັງເຂົ້າຮ່ວມການສະເໜີຫົວຂໍ້ໃຫ້ແກ່ວາລະປະປຶກສາຫາລືຄົບຄະນະ, ປະກອບຫຼາຍຄຳເຫັນທີ່ມີຄຸນນະພາບເຂົ້າໃນບັນດາຮ່າງມະຕິ ແລະ ເອກະສານຂອງບັນດາວາລະປະຊຸມອີກດ້ວຍ. ກອງປະຊຸມໃຫຍ່ IPU 132 ໄດ້ຮັບຮອງເອົາບັນດາເອກະສານຕົ້ນຕໍ, ໃນນັ້ນມີ “ຖະແຫຼງການ ຮ່າໂນ້ຍ” ເຊິ່ງແມ່ນເອກະສານສຳຄັນທີ່ສຸດໄດ້ຮັບການຮັບຮອງເອົາ, ສະແດງໃຫ້ເຫັນຄວາມເປັນເຈົ້າພາບ, ຕັ້ງໜ້າຂອງສະພາແຫ່ງຊາດ ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ.
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ສະເໜີຄວນສືບຕໍ່ໂຄສະນາກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່, ພິເສດແມ່ນບັນດາເນື້ອໃນຕິດພັນກັບຄາດໝາຍພັດທະນາແບບຍືນຍົງ, ພ້ອມທັງຫັນບັນດາມະຕິ ແລະ ຖະແຫຼງການ ຮ່າໂນ້ຍ ທີ່ໄດ້ຮັບການຮັບຮອງເອົາທີ່ IPU 132 ເຂົ້າບັນດາການເຄື່ອນໄຫວຂອງສະພາແຫ່ງຊາດໃນໄລຍະຈະມາເຖິງເປັນລະອຽດ.
ຕອນເຊົ້າວັນທີ 9/4, ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນ.