(ພາບປະກອບ:laodong.com.vn)
(vovworld)-ຕອນບ່າຍວັນທີ 29/8, ຢູ່ນະຄອນໂຮ່ຈິມິນ, ກຳມາທິການກົດໝາຍຂອງສະພາແຫ່ງຊາດ ສືບຕໍ່ຈັດວາລະປະຊຸມຄົບຄະນະຄັ້ງທີ 11, ໃຫ້ຄຳເຫັນໃສ່ຮ່າງບົດລາຍງານອະທິບາຍ, ຮັບເອົາ, ປັບປຸງຮ່າງກົດໝາຍວ່າດ້ວຍການຕ້ອນຮັບພົນລະເມືອງ. ນະທີ່ນີ້, ບັນດາຜູ້ແທນໄດ້ປະກອບຄຳເຫັນໂດຍສຸມໃສ່ບັນດາເນື້ອໃນຄື: ຊື່ເອີ້ນຂອງກົດໝາຍ, ບັນດາອົງການຈັດຕັ້ງ, ຫົວໜ່ວຍມີຄວາມຮັບຜິດຊອບຕ້ອນຮັບພົນລະເມືອງ, ຄວາມຮັບຜິດຊອບຂອງຫົວໜ້າອົງການຕ່າງໆ, ຫົວໜ່ວຍ, ອົງການຈັດຕັ້ງໃນການຕ້ອນຮັບພົນລະເມືອງ. ຂັ້ນຕອນການຕ້ອນຮັບພົນລະເມືອງ, ແກ້ໄຂກໍລະນີຫຼາຍຄົນພ້ອມກັນມາຮ້ອງທຸກ, ກ່າວຟ້ອງ, ສະເໜີ, ສ່ອງແສງ; ເງື່ອນໄຂຮັບປະກັນໃຫ້ແກ່ການເຄື່ອນໄຫວຕ້ອນຮັບພົນລະເມືອງ. ບັນດາຜູ້ແທນຖືວ່າ, ກົດໝາຍມີຄວາມກ້າວໜ້າຫຼາຍຢ່າງແລ້ວແຕ່ຕ້ອງມີບາດກ້າວບຸກທະລຸກ່ວາອີກ. ກົດໝາຍຕ້ອງກຳນົດລະອຽດກ່ຽວກັບການປະຕິເສດຕ້ອນຮັບພົນລະເມືອງ, ໂດຍສະເພາະແມ່ນບາງແຫ່ງພວມປະຕິບັດທົດລອງບໍ່ຈັດຕັ້ງສະພາ ປຊຊ ຂັ້ນເມືອງ. ຕ້ອງມີລະບົບຕ້ອນຮັບພົນລະເມືອງສະເພາະຂອງສູນກາງພັກ….ກ່າວຄຳເຫັນສະຫລຸບ, ທ່ານຟານຈຸງລີ ປະທານກຳມາທິການກົດໝາຍຂອງສະພາແຫ່ງຊາດ ໄດ້ຮັບຮູ້ບັນດາຄຳເຫັນປະກອບຂອງບັນດາຜູ້ແທນ ພ້ອມທັງປາດຖະໜາວ່າ ບັນດາຜູ້ແທນຈະສືບຕໍ່ປະກອບຄຳເຫັນ ເພື່ອແນໃສ່ສ້າງຮ່າງກົດໝາຍວ່າດ້ວຍການຕ້ອນຮັບພົນລະເມືອງໃຫ້ສົມບູນແບບ ກ່ອນທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອຮັບຮອງເອົາ.
ຕອນເຊົ້າວັນທີ 30/8 ຢູ່ ນະຄອນໂຮ່ຈິມີນ, ກຳມາທິການກົດໝາຍຂອງສະພາແຫ່ງຊາດສືບຕໍ່ປຶກສາຫາລືຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍທະບຽນສານ. ທີ່ການປະຊຸມ, ບັນດາຜູ້ແທນເຫັນດີຕໍ່ຄວາມຈຳເປັນຕ້ອງປັບປຸງກົດໝາຍວ່າດ້ວຍທະບຽນສານເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການປະຕິຮູບຕຸລາການ ແລະ ແກ້ໄຂບັນດາບັນຫາໃນຕົວຈິງກ່ຽວກັບທະບຽນສານ, ການຢັ້ງຢືນຖືກຕ້ອງກັບຄວາມຈິງປະຈຸບັນ. ຄຳເຫັນຂອງຜູ້ແທນບາງທ່ານໄດ້ສະເຫນີວ່າ ຕ້ອງຈັດແບ່ງຢ່າງຈະແຈ້ງລະຫວ່າງລັດ ແລະ ພາກເອກະຊົນໃນການເຄື່ອນໄຫວລັດຖະກອນ. ດ້ານອື່ນ ຄວນຫັນປ່ຽນບັນດາຫ້ອງການທະບຽນສານແຫ່ງລັດ ເປັນຫ້ອງການທະບຽນສານພາກເອກະຊົນ ແລະ ສ້າງຕື່ມອີກຫລາຍຫ້ອງການທະບຽນສານຢູ່ເຂດຫ່າງໄກສອກຫລີກເພື່ອຕອບສະຫນອງຄວາມຕ້ອງການຂອງປະຊາຊົນ, ຊ່ວຍເຮັດໃຫ້ກົງຈັກລັດກະທັດລັດ ແລະ ປະຕິບັດຫັນການທະບຽນສານເປັນບັນຫາໃນສັງຄົມ.