ສືບຕໍ່ສ້າງຮ່າງກົດໝາຍວ່າດ້ວຍການປະມູນ (ສະບັບປັບປຸງ) ໃຫ້ສົມບູນແບບ

ສືບຕໍ່ສ້າງຮ່າງກົດໝາຍວ່າດ້ວຍການປະມູນ (ສະບັບປັບປຸງ) ໃຫ້ສົມບູນແບບ - ảnh 1
ກົດໝາຍວ່າດ້ວຍການປະມູນ

(vovworld) - ວັນ​ທີ 31/7, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ສົມທົບ​ກັບ ຫ້ອງ​ການ​ການຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ຈັດ​ຕັ້ງ​ກ​ອງປະຊຸມ​ສຳ​ມະ​ນາ​ປະກອບ​ຄຳ​ເຫັນ​​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະມູນ (ສະບັບ​ປັບປຸງ). ພາຍຫຼັງ 6 ປີ​ມີ​ຜົນ​ສັກສິດ, ກົດໝາຍ​ວ່າ​ດ້ວຍ​ການ​ປະມູນ​ໄດ້​ແກ້​ໄຂ​ບັນດາ​ຂໍ້​ຕິດ​ຂັດ​​ໂດຍ​ພື້ນຖານ ໃນ​ວຽກ​ງານ​ເລືອກ​​ເຟັ້ນ​ນັກ​ປະມູນ​​ໂດຍນຳ​ໃຊ້​ທຶນ​ຂອງ​ລັດ​, ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ສ້າງ​ຕັ້ງ ​ແລະ ສ້າງ​ສຳ​ເລັດ​ກົນ​ໄກ​ການ​ເຄື່ອນ​ໄຫວ​ຂອງ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຫວຽດນາມ, ​ເຊື່ອມ​ໂຍງ​​ ​ເຂົ້າ​ກັບ​​ເສດຖະກິດ​ຂອງ​ພາກ​ພື້ນ ​ແລະ ທົ່ວ​ໂລກເທື່ອ​ລະ​ກ້າວ. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະມູນ (ສະບັບ​ປັບປຸງ) ຈະ​ທົດແທນ​ໃຫ້​ກົດໝາຍ​ວ່າ​ດ້ວຍ​ການ​ປະມູນ ປີ 2005 ​ແລະ ບັນດາ​ປະມວນ​ກົດໝາຍ​ທີ່​ກ່ຽວຂ້ອງ​​. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ສຸມ​​ໃສ່​ປະກອບ​ຄຳ​ເຫັນ ກ່ຽວ​ກັບ​ຂອບ​ຂະໜາດ​ການ​ດັດ​ປັບ​ກົດໝາຍ​ວ່າ​ດ້ວຍ​ການ​ປະມູນ, ​ເລືອກ​ເຟັ້ນນັກ​ປະມູນ, ບັນດາ​ຂໍ້​ຜູກ​ພັນ​ໃນສັນຍາ​ກັບ​ນັກ​ປະມູນ, ສິດ ​ແລະ ພັນທະຂອງ​ຝ່າຍ​ຕ່າງໆ​ໃນ​ການ​ເລືອກ​ເຟັ້ນນັກ​ປະມູນ, ນັກ​ລົງທຶນ, ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ປະມູນ ​ແລະ ປຶກສາ​ຫາລື ​ເລື່ອງ​ດັດ​ປັບ​ບັນດາ​ຂໍ້​ມາດຕາ, ດັດ​ແປງບັນດາຄຳ​ສັບ​ໃນ​ກົດໝາຍ​ວ່າ​ດ້ວຍ​ການ​ປະມູນ.

ຂ່າວ/ບົດ​ອື່ນ