ສືບ​ຕໍ່​ຮັບ​ປະ​ກັນ​ໃຫ້​ບັນ​ລຸ​ບັນ​ດາ​ຄາດ​ໝາຍ​ເສດ​ຖະ​ກິດ - ສັງ​ຄົມ​ທີ່​ໄດ້​ວາງ​ອອກ​​ເປັນ​ຢ່າງ​ດີ

(VOVWORLD) -ຕອນເຊົ້າວັນທີ 02 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຕີລາຄາກ່ຽວກັບສະພາບການເສດຖະກິດ - ສັງຄົມ ເດືອນກໍລະກົດ ແລະ 7 ເດືອນຕົ້ນປີ 2020. 
ສືບ​ຕໍ່​ຮັບ​ປະ​ກັນ​ໃຫ້​ບັນ​ລຸ​ບັນ​ດາ​ຄາດ​ໝາຍ​ເສດ​ຖະ​ກິດ - ສັງ​ຄົມ​ທີ່​ໄດ້​ວາງ​ອອກ​​ເປັນ​ຢ່າງ​ດີ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)


ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ໂລກລະບາດໂຄວິດ - 19 ພວມເກີດຂຶ້ນຄືນໃໝ່ຢູ່ຫວຽດນາມຢ່າງສັບສົນ ແລະ ໜັກໜ່ວງກວ່າເກົ່າ, ດັ່ງນັ້ນຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆສືບຕໍ່ຮັບປະກັນໃຫ້ບັນລຸບັນດາຄາດໝາຍເສດຖະກິດ-ສັງຄົມທີ່ໄດ້ວາງອອກໃຫ້ເປັນຢ່າງດີທີ່ສຸດ ເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ພ້ອມກັນນັ້ນ, ແມ່ນຮັບປະກັນດັດຊະນີລາຄາໃຊ້ສອຍບໍ່ເກີນ 4%. ສືບຕໍ່ປະຕິບັດບັນດາມາດຕະການຊ່ວຍໜູນສັງຄົມ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ດ້ວຍບັນດາສັນຍາການຄ້າເສລີນັ້ນ, ຄວນຍູ້ແຮງການເຄື່ອນໄຫວສົ່ງອອກ, ເປີດກວ້າງຕະຫຼາດ, ພ້ອມທັງຊ່ວຍເຫຼືອວິສາຫະກິດຫຼຸດຜ່ອນຄ່າໃຊ້ຈ່າຍເພື່ອສົ່ງອອກຢ່າງສະດວກ. ພ້ອມກັນນັ້ນ, ກໍຕ້ອງຊຸກຍູ້ຕະຫຼາດຢູ່ພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ