ສືບຕໍ່ເພີ່ມພູນຄຸນສ້າງການພົວພັນສາມັກຄີແບບພິເສດຫວຽດນາມ-ລາວນັບມື້ນັບພັດທະນາ
ທ່ານຮອງປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ແລະ ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ
(ພາບ: VTV)
|
(vovworld) – ຕອນບ່າຍວັນທີ 8/7, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງລາວ ໂດຍທ່ານຮອງປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ, ນຳໜ້າພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ຕີລາຄາສູງໝາກຜົນຂອງການເຈລະຈາລະຫວ່າງທ່ານນາງຮອງປະທານປະເທດ ຫງວຽນທິຢວານ ແລະ ທ່ານຮອງປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ໝາກຜົນແຫ່ງການພົບປະ, ສຳພັດຄັ້ງຕ່າງໆລະຫວ່າງທ່ານຮອງປະທານປະເທດລາວ ກັບການນຳພັກ, ລັດຖະບານ ຫວຽດນາມ, ທ່ານປະທານປະເທດເຈືອງເຕີນຊາງ ຖືວ່າ: ການຢ້ຽມຢາມຄັ້ງນີ້ໄດ້ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ. ທ່ານປະທານປະເທດ ຖືວ່າ: ປີ 2016 ແມ່ນປີທີ່ ລາວ ຮັບບົດບາດເປັນປະທານ ອາຊຽນ, ເຊິ່ງແມ່ນປີທຳອິດພາຍຫຼັງສ້າງປະຊາຄົມ ອາຊຽນ, ທ່ານປະທານປະເທດ ເຈືອງເຕີນຊາງ ສະແດງຄວາມເຊື່ອໝັ້ນວ່າ ລາວ ຈະຈັດຕັ້ງກອງປະຊຸມອາຊຽນ 2016 ບັນລຸຜົນສຳເລັດ. ທ່ານຮອງປະທານປະເທດ ລາວ ບຸນຍັງ ວໍລະຈິດ ຢັ້ງຢືນຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບ ຫວຽດນາມ ຮັກສາ ແລະ ເພີ່ມພູນຄຸນສ້າງສາຍພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ ໃຫ້ນັບມື້ນັບພັດທະນາ. ທ່ານຮອງປະທານປະເທດ ລາວ ເນັ້ນໜັກວ່າ: ລາວ ສະໜັບສະໜູນ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ຫວຽດນາມ ເພີ່ມທະວີການຮ່ວມມືລົງທຶນຢູ່ລາວ.