ສືບຕໍ່ເສີມຂະຫຍາຍການເຄື່ອນໄຫວກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ຢ່າງໃຫ້ມີປະສິດທິຜົນ

(VOVWORLD) -  ວັນທີ 26 ຕຸລາ ຢູ່ ຮ່າໂນ້ຍ, ກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 4 ອາຍຸການ 2019 – 2024 ເພື່ອສະຫລຸບການເຄື່ອນໄຫວໃນອາຍຸການຜ່ານມາ, ປຶກສາຫາລືທິດທາງການເຄື່ອນໄຫວໃນໄລຍະຈະມາເຖິງ.
ສືບຕໍ່ເສີມຂະຫຍາຍການເຄື່ອນໄຫວກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ຢ່າງໃຫ້ມີປະສິດທິຜົນ - ảnh 1 ທ່ານນາງ ເຈືອງທິມາຍ (ພາບ:dangcongsan.vn)

 ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກຕີລາຄາສູງຂໍ້ລິເລີ່ມສ້າງຕັ້ງກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ຂອງທ່ານນາງອະດີດປະທານປະເທດ ຫງວຽນທິບີ່ງ ປີ 2003, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ການພົວພັນມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ ກັບປະຊາຊົນບັນດາປະເທດ, ປະກອບສ່ວນເຂົ້າພາລະກິດລວມຂອງປະຊາຊົນໃນພາກພື້ນ ແລະ ໂລກ. ທ່ານນາງ ເຈືອງທິມາຍ ກ່າວວ່າ:

        ສະພາກອງທຶນ ແລະ ສ່ວນຕົວທ່ານນາງປະທານ ຫງວຽນທິບີ່ງ ໄດ້ມີຄຳເຫັນປະກອບ, ຂໍ້ສະເໜີທີ່ມີຄຸນຄ່າຫລາຍຢ່າງໃຫ້ພັກ ແລະ ລັດ ກ່ຽວກັບບັນດາບັນຫາໃນຂົງເຂດການພົວພັນຕ່າງປະເທດ ແລະ ພັດທະນາປະເທດຊາດ. ຕາມພຶດຕິກຳຕົວຈິງແຫ່ງການເຄື່ອນໄຫວ ແລະ ບັນດາໝາກຜົນທີ່ບັນລຸໄດ້ສະແດງໃຫ້ເຫັນວ່າ ດ້ວຍຮູບການຈັດຕັ້ງກະທັດລັດ ແລະ ວິທີການເຄື່ອນໄຫວຢ່າງໄຫວພິບ, ກອງທຶນໄດ້ເສີມຂະຫຍາຍທີ່ຕັ້ງ, ບົດບາດເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວຽກງານການພົວພັນຕ່າງປະເທດປະຊາຊົນໃນສະພາບການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ