ສັບປະດາ “ມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທຳ ຫວຽດນາມ”
(VOVWORLD) -ສັບປະດາ “ມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທຳ ຫວຽດນາມ” ປີ 2018 ດຳເນີນແຕ່ວັນທີ 18-23 ພະຈິກ, ຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວ ບັນດາເຜົ່າຫວຽດນາມ, ເຂດທ່ອງທ່ຽວ ດົ່ງໂມ, ເມືອງ ເຊິນໄຕ, ຮ່າໂນ້ຍ. ເຫດການນີ້ໄດ້ດຶງດູດເອົາການເຂົ້າຮ່ວມຂອງ 14 ຊົນເຜົົ່າທີ່ມາຈາກ 13 ແຂວງ, ນະຄອນ ທົ່ວປະເທດ.
ສັບປະດາ “ມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທຳ ຫວຽດນາມ”
(ພາບ: TTXVN)
|
ດ້ວຍບັນດາລາຍການພົບປະແລກປ່ຽນວັດທະນະທຳ ລະຫວ່າງ ບັນດາເຂດແຄ້ວນທ້ອງຖິ່ນ, ບັນດາການເຄື່ອນໄຫວ ຟ້ອນລຳທຳເພງພື້ນເມືອງ, ການແນະນຳອາຊີບດັ້ງເດີມຂອງປະຊາຊົນບັນດາເຜົ່າ, ສະແດງຄືນບາງງານບຸນປະເພນີທີ່ມີລັກສະນະສະເພາະ…, ສັບປະດາ “ມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທຳ ຫວຽດນາມ” ປີ 2018 ໄດ້ນຳມາເຊິ່ງບັນຍາກາດມ່ວນຊື່ນ, ສາມັກຄີ, ເຕັມໄປດ້ວຍຄວາມຊົມຊອບວັດທະນະທຳຂອງຊາດ.