ສັບປະດາຮູບເງົາອາຊຽນ 2020 ຢູ່ນະຄອນ ດ່ານັ້ງ

(VOVWORLD) - ສັບປະດາຟິບຮູບເງົາ ອາຊຽນ 2020 ໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 18 – 26 ກໍລະກົດ ຢູ່ 3 ນະຄອນໃຫຍ່ຄື: ຮ່າໂນ້ຍ, ດ່ານັ້ງ ແລະ ນະຄອນໂຮ່ຈີມິນ.

ສັບປະດາຮູບເງົາອາຊຽນ 2020 ຢູ່ນະຄອນ ດ່ານັ້ງ - ảnh 1 ມີຮູບເງົາ 8 ເລື່ອງ, ຮູບເງົາກະຕູນ 1 ເລື່ອງ

(ພາບ: danang.gov.vn)

ໃນລະຫວ່າງວັນທີ 19 – 25 ກໍລະກົດ, ຢູ່ນະຄອນ ດ່ານັ້ງ ໄດ້ດຳເນີນສັບປະດາ ຮູບເງົາອາຊຽນ 2020, ດ້ວຍຫົວຂໍ້ວ່າ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. ນີ້ແມ່ນເຫດການຂ່ຳນັບຊົມເຊີຍປີເປັນປະທານອາຊຽນ 2020 ຂອງຫວຽດນາມ.

        ຄະນະຈັດຕັ້ງໄດ້ຄັດເລືອກ ຮູບເງົາ 9 ເລື່ອງຂອງ 9 ປະເທດອາຊີຕາເວັນອອກສ່ຽງໃຕ້ ລວມມີ: ບຣຸໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ຫວຽດນາມ… ໃນນັ້ນ, ມີຮູບເງົາ 8 ເລື່ອງ, ຮູບເງົາກະຕູນ 1 ເລື່ອງເພື່ອນຳມາສາຍຮັບໃຊ້ຜູ້ຊົມ.

        ຢູ່ດ່ານັ້ງ, ຮູບເງົາເຫຼົ່ານັ້ນໄດ້ສາຍໂດຍບໍ່ເກັບຄ່າຮັບໃຊ້ຜູ້ນິຍົມຮູບເງົາ. ສັບປະດາຟິບຮູບເງົາ ອາຊຽນ 2020 ໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 18 – 26 ກໍລະກົດ ຢູ່ 3 ນະຄອນໃຫຍ່ຄື: ຮ່າໂນ້ຍ, ດ່ານັ້ງ ແລະ ນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ