(VOVWORLD) -ທ່ານປະທານສະພາແຫ່ງຊາດ ລີບີ Aqila Saleh ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມວາລະປະຊຸມທາງການໃນວັນທີ 17 ມັງກອນຢູ່ນະຄອນ Tobruk.
ວາລະປະຊຸມສະພາແຫ່ງຊາດລີບີ ຢູ່ Sirte, ເມື່ອ ວັນທີ 9/3/2021. (ພາບ: AFP/TTXVN)
ວັນທີ 14 ມັງກອນ, ທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ປະກາດວ່າ ສປຊ ພວມຕັ້ງໜ້າເຮັດວຽກກັບບັນດາພັກຝ່າຍຢູ່ ລີບີ, ຜ່ານທີ່ປຶກສາພິເສດຂອງທ່ານ ປະຈຳ ລີບີ, ທ່ານ Stephanie Williams, ເພື່ອຈັດບັນດາການເລືອກຕັ້ງປະທານາທິບໍດີ ແລະ ສະມາຊິກສະພາແຫ່ງຊາດຢູ່ປະເທດນີ້ ຍິ່ງໄວກໍ່ຍິ່ງດີ. ທ່ານກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການສ້າງບັນດາລະບອບລະບຽບການຖືກຕ້ອງຕາມກົດໝາຍຢູ່ປະເທດນີ້.
ກ່ຽວຂ້ອງເຖິງກອງປະຊຸມສຳຄັນຂອງສະພາແຫ່ງຊາດລີບີ ໃນອາທິດໜ້າ, ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ລີບີ Aqila Saleh ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມວາລະປະຊຸມທາງການໃນວັນທີ 17
ມັງກອນຢູ່ນະຄອນ Tobruk ນີ້ແມ່ນກອງປະຊຸມຄັ້ງທຳອິດ ໂດຍທ່ານ Saleh ເປັນປະທານ ນັບແຕ່ເມື່ອທ່ານລົງທະບຽນອອກສະໝັກເລືອກຕັ້ງປະທານາທິບໍດີ ໃນເດືອນກັນຍາປີ 2021. ປະຈຸບັນ, ມີສະມາຊິກສະພາແຫ່ງຊາດ 15 ທ່ານໄດ້ຮຽກຮ້ອງໃຫ້ນຳເອົາບັນຫາເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່ມາພິຈາລະນ ໃນວາລະປະຊຸມຄັ້ງທີ່ຈະມາເຖິງ ເພື່ອສ້າງຕັ້ງລັດຖະບານຊົ່ວຄາວ ທີ່ປົກຄອງຕາມວິທະຍາສາດເຕັກນິກ.