ສປຊ ແລະ ອາຊຽນ ສະໜັບສະໜູນວິວັດທະນາການສ້າງແຫຼມເກົາຫຼີປອດນິວເຄຼຍ

(VOVWORLD) -ສປຊ ຈະສືບຕໍ່ໜູນຊ່ວຍເພື່ອໃຫ້ບັນດາຄວາມມານະພະຍາຍາມສ້າງສັນຕິພາບຂອງ ເຊີອູນ ບັນລຸໝາກຜົນທີ່ດີ.

ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຢັ້ງຢືນຄືນໃໝ່ວ່າ ຈະສະໜັບສະໜູນ ສ.ເກົາຫຼີ ຊຸກຍູ້ວິວັດທະນາການປອດນິວເຄຼຍ ແລະ ສ້າງສັນຕິພາບຢູ່ແຫຼມເກົາຫຼີແບບຍາວນານ. ກະຊວງການຕ່າງປະເທດ ສ.ເກົາຫຼີ ໄດ້ອອກຖະແຫຼງການດັ່ງກ່າວ ພາຍຫຼັງການພົບປະລະຫວ່າງທ່ານ Antonio Guterres ແລະ ທ່ານນາງລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Kang Kyung-wha ຢູ່ ນິວຢອກ, ອາເມລິກາ ໃນວັນທີ 28 ມີນາ.

        ທີ່ການພົບປະ, ທ່ານ Antonio Guterres ຖືວ່າ ທັງ ສປປ.ເກົາຫຼີ ແລະ ອາເມລິກາ ຕ່າງກໍສະແດງໃຫ້ເຫັນຄວາມພ້ອມໃນການເຈລະຈາ ເຖິງວ່າກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນໍາ ສປປ.ເກົາຫຼີ Kim Jong-un ທີ່ດໍາເນີນໄປໃນເດືອນກຸມພາ ຜ່ານມາ ຢູ່ຫວຽດນາມ ບໍ່ປະສົບຜົນສໍາເລັດກໍຕາມ. ຕາມກະຊວງການຕ່າງປະເທດ ສ.ເກົາຫຼີແລ້ວ, ທ່ານ Antonio Guterres ຖະແຫຼງວ່າ ສປຊ ຈະສືບຕໍ່ໜູນຊ່ວຍເພື່ອໃຫ້ບັນດາຄວາມມານະພະຍາຍາມສ້າງສັນຕິພາບຂອງ ເຊີອູນ ບັນລຸໝາກຜົນທີ່ດີ.

        ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດ Kang Kyung-wha ໃຫ້ຮູ້ວ່າ ລັດຖະບານ ສ.ເກົາຫຼີ ຈະສືບຕໍ່ໜູນຊ່ວຍບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ດ້ວຍຫຼາຍຮູບການ.

        ແລະກໍໃນວັນທີ 28 ມີນາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ອາຊຽນ ໄດ້ຊົມເຊີຍການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຫວ່າງແລ້ວນີ້ ແລະ ສະໜັບສະໜູນອໍານາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ສືບຕໍ່ບັນດາຄວາມມານະພະຍາຍາມທາງການທູດ ເພື່ອສ້າງແຫຼມເກົາຫຼີ ປອດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ