ສປຊຮຽກຮ້ອງອັງກິດມີຄວາມຮັບຜິດຊອບກວ່າຕໍ່ວິກິດການຊາວອົບພະຍົບ

ສປຊຮຽກຮ້ອງອັງກິດມີຄວາມຮັບຜິດຊອບກວ່າຕໍ່ວິກິດການຊາວອົບພະຍົບ - ảnh 1
ຊາວ​ອົບ​ພະ​ຍົບ​
ພ​າບ:dantri

(vovworld)-  ​ວັນ​ທີ7/11, ​ທ່ານ Peter Sutherland, ທູດ​ພິ​ເສດ ສ​ປ​ຊ ກ່ຽວ​ກັບ​ບັນ​ຫາ​ອົບ​ພະ​ຍົບ​ສາ​ກົນ ໄດ້​ຮຽກ​ຮ້ອງ​ອັງ​ກິດ ຕ້ອງ​ມີ​ຄວາ​ມ​ຮັບ​ຜິດ​ຊອບກວ່າ​ຕໍ່​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ຢູ່ ເອີ​ລົບ, ເປັນ​ຕົ້ນ​ໃນ​ສະ​ພາບ​ການ​ທີ່​ລະ​ດູ​ຫນາວ​ໃກ້​ຈະ​ວຽນ​ມາ ແລະ ຈະ​ມີ​ຊາວ​ອົບ​ພະ​ຍົບ​ນັບ​ລ້ານໆ​ຄົນ​ຖືກ​ຜົນ​ສະ​ທ້ອນ​ຈາກ​ອາ​ກາດ​ຮ້າຍ​ແຮງນີ້. ກາວ​ຄຳ​ເຫັນ​ພາ​ຍ​ຫລັງ ສະ​ພາ​ເອີ​ລົບ ຄາດ​ວ່າ ຈະ​ມີ​​ຊາວ​ອົບ​ພະ​ຍົບຕື່ມ​ອີກ 3 ລ້ານ​ຄົນ ຈະ​ໄປ​ເຖິງ​ບັນ​ດາ​ປະ​ເທດ ສະ​ຫະ​ພາບ​ເອີ​ລົບ EU ໃນ​ທ້າຍ​ປີ​ຈະ​ມາ​ເຖິງ ແລະ ຕົວ​ເລກ​ດັ່ງ​ກ່າວ​ຈະ​ບໍ່​ຫລຸດ​ລົງ​ຈົນ​ຮອດ​ປີ 2017. ທ່ານ Peter Sutherland ຖື​ວ່າ: ການ​ແກ້​ໄຂວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ປະ​ເທດ​ນອນ​ໃນ​ເສັ້ນ​ທາງ​ທີ່​ຊາວ​ອົບ​ພະ​ຍົບ​ໄປ​ຜ່ານ​ຄື ອີ​ຕາ​ລີ ແລະ ເກຼັກ.

 

ຂ່າວ/ບົດ​ອື່ນ