ການນຳ ສປປ ເກົາຫຼີ Kim Jong-ul ຕິດຕາມກວດກາການສ້ອມຮົບ (ພາບ: Yonhap/TTXVN)
|
(vovworld) – ວັນທີ 17/4, ທ່ານ Kim In Ryong, ອັກຄະລັດຖະທູດ ສປປ ເກົາຫຼີ ປະຈຳ ສະຫະປະຊາຊາດໄດ້ຖະແຫຼງວ່າ: ປະເທດນີ້ພ້ອມແລ້ວໂຕ້ຕອບຕໍ່ບໍ່ວ່າຮູບແບບສົງຄາມໃດໂດຍການກະທຳດ້ານການທະຫານຂອງ ອາເມລິກາ ກໍ່ຂຶ້ນ. ທ່ານ Kim In Ryong, ອັກຄະລັດຖະທູດ ສປປ ເກົາຫຼີ ໄດ້ຍົກອອກຄຳຖະແຫຼງດັ່ງກ່າວໃນການປະຊຸມຂ່າວ, ພາຍຫຼັງທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ຫາກໍ່ກ່າວເຕືອນວ່າ ພຽງຢາງ ບໍ່ຄວນທ້າທາຍຕໍ່ຄວາມຕັດສິນໃຈຂອງ ວໍຊິງຕັນ. ທ່ານ Kim In Ryong ຢັ້ງຢືນວ່າ: ຖ້າຫາກ ວໍຊິງຕັນ ເລືອກເອົາການກະທຳດ້ານການທະຫານ, ພຽງຢາງ ຈະກຽມພ້ອມຮັບມືກັບບໍ່ວ່າຮູບແບບສົງຄາມໃດທີ່ ອາເມລິກາ ຢາກປະຕິບັດ.
ແລະກໍ່ໃນວັນທີ 17/4, ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ມົດສະກູ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ກ່າວເຕືອນການກະທຳດ້ານການທະຫານພຽງລຳພັງຝ່າຍດຽວຂອງ ອາເມລິກາ ທີ່ແນໃສ່ ສປປ ເກົາຫຼີ.