ສປປ ເກົາຫຼີ ຮຽກຮ້ອງໃຫ້ ສ ເກົາຫຼີ ຢຸດຕິການຊ້ອມຮົບດ້ານການທະຫານກັບ ອາເມລິກາ

(VOVWORLD) - ກ່ອນອື່ນໝົດ Seoul ຕ້ອງຢຸດຕິທຸກການເຄື່ອນໄຫວດ້ານການທະຫານຊຶ່ງໄດ້ປະຕິບັດກັບ ອາເມລິກາ ເພື່ອຕ້ານຄືນ ສປປ ເກົາຫຼີ. ຄຳຮຽກຮ້ອງນີ້ໄດ້ຍົກອອກມາພາຍຫຼັງທີ່ 2 ພາກ ເກົາຫຼີ

ໃນບົດວິຈານເມື່ອວັນທີ 10 ມັງກອນ, ໜັງສືພິມລາຍວັນ Rodong Sinmun - ເຊິ່ງແມ່ນອົງການກະບອກສຽງຂອງພັກແຮງງານ ສປປ ເກົາຫຼີ, ຢັ້ງຢືນວ່າ: ຖ້າຫາກວົງການເຈົ້າໜ້າທີ່ ສ. ເກົາຫຼີ ມີຄວາມຫວັງຢາກໄກ່ເກ່ຍ ແລະ ມີສັນຕິພາບຢ່າງແທ້ຈິງ, ກ່ອນອື່ນໝົດ Seoul ຕ້ອງຢຸດຕິທຸກການເຄື່ອນໄຫວດ້ານການທະຫານຊຶ່ງໄດ້ປະຕິບັດກັບ ອາເມລິກາ ເພື່ອຕ້ານຄືນ ສປປ ເກົາຫຼີ. ຄຳຮຽກຮ້ອງນີ້ໄດ້ຍົກອອກມາພາຍຫຼັງທີ່ 2 ພາກ ເກົາຫຼີ ເຫັນດີເປັນເອກະພາບຈັດຕັ້ງບັນດາການເຈລະຈາດ້ານການທະຫານເພື່ອແນໃສ່ຫລຸດຜ່ອນສະພາບການຄວາມເຄັ່ງຕຶງໃນພາກພື້ນ.

        ບົດວິຈານດັ່ງກ່າວເນັ້ນໜັກວ່າ ເລື່ອງປະກອບອາວຸດ ພ້ອມກັບການຊ້ອມຮົບດ້ານການທະຫານຮ່ວມຂອບຂະໜາດໃຫຍ່ ເພື່ອແນໃສ່ນາບຂູ່ ແລະ ບຸກໂຈມຕີ ສປປ ເກົາຫຼີ ແມ່ນສາຍເຫດຕົົ້ນຕໍກໍ່ຄວາມເຄັ່ງຕຶງລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ, ພ້ອມທັງພວມຍູ້ແຫຼມ ເກົາຫຼີ ໃຫ້ຕົກເຂົ້າສູ່ສະພາບອັນຕະລາຍບໍ່ຄາດຄະເນລ່ວງໜ້າໄດ້. ຕາມບົດຂຽນແລ້ວ, ໃນສະພາບການເຄັ່ງຕຶງດ້ານການທະຫານທີ່ແກ່ຍາວ, 2 ພາກເກົາຫຼີ ບໍ່ອາດລົບລ້າງຄວາມລະແວງສົງໄສ ແລະ ສູ້ຢັນເຊິ່ງກັນ ແລະ ກັນ ກໍ່ຄືບໍ່ອາດກ້າວໄປເຖິງຄວາມເປັນເອກະພາບໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ