ສປປ ເກົາຫຼີ ເຊື່ອໝັ້ນວ່າຈະດຳເນີນການພົບປະສຸດຍອດຄັ້ງທີ 2 ກັບອາເມລິກາ

(VOVWORLD) - ປະເທດນີ້ເຊື່ອໝັ້ນ ອາດຈະດຳເນີນການພົບປະສຸດຍອດຄັ້ງທີ 2 ລະຫວ່າງ ການນຳ Kim Jong – un ...
 

ວັນທີ 6 ສິງຫາ, ເຈົ້າໜ້າທີ່ທ່ານໜຶ່ງຂອງ ສປປ ເກົາຫຼີ ໃຫ້ຮູ້ວ່າ: ປະເທດນີ້ເຊື່ອໝັ້ນ ອາດຈະດຳເນີນການພົບປະສຸດຍອດຄັ້ງທີ 2 ລະຫວ່າງ ການນຳ Kim Jong – un ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump. ເຈົ້າໜ້າທີ່ດັ່ງກ່າວຍັງໃຫ້ຮູ້ວ່າ: ການກະທຳແລກປ່ຽນຈົດໝາຍໃນໄລຍະມໍ່ໆມານີ້ລະຫວ່າງທ່ານປະທານາທິບໍດີ Donald Trump ແລະ ການນຳ Kim Jong un ແມ່ນສັນຍາຕັ້ງໜ້າ. ພ້ອມທັງເວົ້າວ່າ, ເຖິງວ່າເວລາ ແລະ ສະຖານທີ່ຂອງການພົບປະສຸດຍອດບໍ່ທັນໄດ້ກຳນົດເທື່ອ, ແຕ່ການພົບປະຈະໄດ້ດຳເນີນ “ໃນປີນີ້”.

        ແລະ ກໍ່ໃນວັນດຽວກັນ, ພາຍຫຼັງການເຈລະຈາເປັນເວລາຫຼາຍອາທິດ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາແຜນການໂດຍ ອາເມລິກາ ສະເໜີ, ຕາມນັ້ນແລ້ວ, ກໍ່ເປີດຊ່ອງທາງໃຫ້ແກ່ບັນດາການເຄື່ອນໄຫວໜູນຊ່ວຍມະນຸດສະທຳຕໍ່ ສປປ ເກົາຫຼີ. ຕາມຂໍ້ສະເໜີຂອງ ອາເມລິກາ ແລ້ວ, ບັນດາອົງການໜູນຊ່ວຍ ແລະ ບັນດາອົງການຂອງ ສປຊ ຈະໄດ້ຮັບໃບອະນຸຍາດຍົກເວັ້ນການປະຕິບັດບັນດາຄຳສັ່ງລົງໂທດຂອງ ສະພາຄວາມໝັ້ນຄົງຈາກຄະນະກຳມະການຕິດຕາມກວດກາ. ເຈົ້າໜ້າທີ່ ອາເມລິກາ ທ່ານໜຶ່ງໃຫ້ຮູ້ວ່າ: ບັນດາການແນະນຳໃໝ່ຈະຮັບປະກັນວ່າ “ມີພຽງການກະທຳມະນຸດສະທຳທີ່ຈຳເປັນ, ກູ້ເອົາຊີວິດຂອງມະນຸດ ແລະ ມີຄວາມຈຳເປັນສຳລັບ ສປປ ເກົາຫຼີ ຈຶ່ງສາມາດໄດ້ຮັບການສືບຕໍ່ປະຕິບັດ” ແລະ ບັນດາໃບຂໍອະນຸຍາດຍົກເວັ້ນຈະໄດ້ຮັບການຕີລາຄາຢ່າງລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ