ສປປ ເກົາຫຼີ ໃຫ້ຄຳໝັ້ນ ສັນຍາເປີດປະຕູ ໃຫ້ແກ່ ຜູ້ສັງເກດການ ຂອງ IAEA ໂດຍໄວ
ນັກຂ່າວ VOV ປະຈຳຈີນ -  
ຮອງລັດຖະມົນຕີການຕ່າງປະເທດສປປ ເກົາຫຼີ Ri Yong Ho
(ພາບ: baomoi.com)
|
(vovworld) – ຕາມສື່ມວນຊົນ ສ ເກົາຫຼີ ແລ້ວ, ໃນການຕອບສຳພາດຕໍ່ນັກຂ່າວຢູ່ ນິວຢອກ, ທູດພິເສດກ່ຽວກັບບັນຫານິວເຄຼຍຂອງ ສປປ ເກົາຫຼີ, ຮອງລັດຖະມົນຕີການຕ່າງປະເທດ Ri Yong Ho ໃຫ້ຮູ້ວ່າ: ປະຈຸບັນ, ສປປ ເກົາຫຼີ ພວມກະກຽມປະຕິບັດບັນດາຂໍ້ຕົງລົງທີ່ບັນລຸໄດ້ກັບ ອາເມລິກາ ຢູ່ທີ່ການເຈລະຈາຂັ້ນສູງຄັ້ງທີ 3 ເມື່ອເດືອນ 2. ຕາມຂໍ້ຕົກລົງແລ້ວ, ພຽງຢາງຈະຢຸດຕິການປະຕິບັດທົດລອງນິວເຄຼຍ, ຢຸດຕິການເຄື່ອນໄຫວເສີມທາດ uranium ແລະ ທົດລອງລູກສອນໄຟໄລຍະໄກ ເພື່ອແລກເອົາທັນຍາຫານຂອງ ອາເມລິກາ ພ້ອມກັນນັ້ນກໍອະນຸຍາດໃຫ້ບັນດາຜູ້ສັງເກດການຂອງ IAEA ກັບຄືນປະເທດນີ້. ເຖິງຢ່າງໃດກໍຕາມ, ທ່ານ Ri Yong Ho ບໍ່ໄດ້ເຕື້ອງເຖິງຈຸດເວລາລະອຽດຂອງການປະຕິບັດຂໍ້ຕົກລົງ ແລະ ເປີດປະຕູໃຫ້ແກ່ຄະນະກຳມະການຂອງ IAEA. ທູດພິເສດຂອງ ສປປ ເກົາຫຼີ ເນັ້ນໜັກວ່າ, ເງື່ອນໄຂທີ່ປຽບເໝືອນຂໍ້ກຸນແຈຂອງການສ້າງການພົວພັນ 2 ຝ່າຍລະຫວ່າງ ສປປ ເກົາຫຼີ ແລະ ອາເມລິກາ ເປັນປົກກະຕິ ແມ່ນເລື່ອງ ວໍຊິງຕັນ ຢຸດຕິການປະຕິບັດນະໂຍບາຍ ປໍລະປັກທີ່ມີຕໍພຽງຢາງ.
ກ່ຽວກັບການພົວພັນກັບ ສ ເກົາຫຼີ, ທ່ານ Ri Yong Ho ຖືວ່າ: ຍັງບໍ່ທັນສາມາດມີການໂອ້ລົມສົນທະນາໃດໆລະຫວ່າງ ສປປ ເກົາຫຼີ ແລະ ສ ເກົາຫຼີ ຍ້ອນ 2 ຝ່າຍຍັງມີຄວາມບໍ່ລົງລອຍກັນກ່ຽວກັບການປະຕິບັດຂໍ້ຕົກລົງຂອງກອງປະຊຸມສຸດຍອດລະຫວ່າງ 2 ພາກເກົາຫຼີ ເມື່ອປີ 2000 ແລະ 2007.
ນັກຂ່າວ VOV ປະຈຳຈີນ