ສປປເກົາຫຼີ ປະຕິເສດຄຳກ່າວຫາ ບຸກໂຈມຕີເຄືອຂ່າຍອິນເຕີເນັດ ຂອງສ.ເກົາຫຼີ

ສປປເກົາຫຼີ ປະຕິເສດຄຳກ່າວຫາ ບຸກໂຈມຕີເຄືອຂ່າຍອິນເຕີເນັດ ຂອງສ.ເກົາຫຼີ  - ảnh 1

(ພາບ:vov.vn)

(vovworld)- ວັນ​ທີ 13/4, ສປປ​ເກົາຫຼີ​ ໄດ້ປະຕິເສດ ຄຳກ່າວຫາຂອງສ​ເກົາຫຼີ ວ່າ: ພຽງຢາງ ມີການກ່ຽວຂ້ອງເຖິງບັນດາການບຸກໂຈມຕີແນ່ໃສ່ເຄືອຂ່າຍອິນເຕີເນັດ ​ແລະ ວິທະຍຸ​ກະຈາຍສຽງ​ໂທລະພາບ​ຢູ່ ສ​ເກົາຫຼີ ​ເມື່ອ​ເດືອນ​ກ່ອນ. ກ່ອນ​ໜ້ານັ້ນ, ສ​ເກົາຫຼີ ຖື​ວ່າ: ສປປ ​ເກົາຫຼີ ຕ້ອງ​ຮັບຜິດຊອບ​ກ່ຽວ​ກັບ​ເຫດການ​ເມື່ອ​ວັນ​ທີ 20/3 ຜ່ານ​ມາ ຊື່​ງ​ເຮັດ​ໃຫ້​ຄອມ​ຟີ​ວ​ເຕີ 50.000 ໜ່ວຍ​ຂອງ​ທະນາຄານ 3 ​ແຫ່ງ ​ແລະ ອົງການ​ສື່​ມວນ​ຊົນ 3 ​ແຫ່ງ​​ໃຫ່ຍຂອງສ​ເກົາຫຼີ ຖືກຢຸດ​ສະ​ງັກ. ຂ່າວ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ ​ໃນ​ສະພາບ​ການ​ທີ່​ບັນດາ​ເຈົ້າໜ້າ​ທີ່ອາ​ເມ​ລິ​ກາ ​ແລະ ສ​ເກົາຫຼີ ຖືວ່າ: ສປປ​ເກົາຫຼີ ພວມ​ກະກຽມ​ການ​ຍິງ​ລູກ​ສອນ​ໄຟ​​​ໄລຍະ​ກາງ​ໃໝ່​ທີ່​ສາມາດ​ຍິງ​ເຖິງ​ບັນດາ​ຖານ​ທີ່ໝັ້ນຂອງ​ອາ​ເມ​ລິ​ກາ ຢູ່​ເກາະ Guam.

ຂ່າວ/ບົດ​ອື່ນ