(vovworld) – ວັນທີ 07/07, ສປປ.ເກົາຫຼີ ໄດ້ຮຽກຮ້ອງຢຸດຕິສະພາບສູ້ຢັນກັນໃນແຫຼມເກົາຫຼີ ແລະ ປົວແປງການພົວພັນລະຫວ່າງ 2 ພາກເກົາຫຼີ. ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໄດ້ຄັດຄຳຖະແຫຼງຂອງອຳນາດການປົກຄອງພຽງຢາງ ໃຫ້ຮູ້ວ່າ ປະເທດນີ້ໄດ້ຍົກອອກຂໍ້ສະເໜີ 4 ຈຸດ, ເຊິ່ງຕາມນັ້ນແລ້ວ ເຮັດແຈ້ງບັນດາຫຼັກການ ແລະ ທັດນະນະຂອງພຽງຢາງ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງໃນແຫຼມເກົາຫຼີ ແລະ “ສ້າງເອກະພາບ ເອກະລາດ” ແຫ່ງຊາດຄືນໃໝ່. ລັດຖະບານ ສປປ.ເກົາຫຼີ ຮຽກຮ້ອງໃຫ້ 2 ພາກເກົາຫຼີ ຢຸດຕິບັນດາການກະທຳປໍລະປັກ ແລະ ສູ້ຢັນກັນເພື່ອເປີດຊ່ອງທາງໃຫ້ວິວັດການໄກ່ເກ່ຍ ແລະ ເອກະພາບ. ຖະແຫຼງການກໍ່ກະຕຸກຊຸກຍູ້ 2 ພາກເກົາຫຼີ ຫີຼິກລ້ຽງການອາໄສ “ບັນດາອິດທິກຳລັງພາຍນອກ”, ແກ້ໄຂທຸກບັນຫາລະຫວ່າງ 2 ຝ່າຍ ແລະ ຊອກຫາ “ບັນດາມາດຕະການສ້າງຄວາມເປັນເອກະພາບແຫ່ງຊາດຄືນໃໝ່ຢ່າງສົມເຫດສົມຜົນ”.