ສປປ.ເກົາຫຼີ ຮຽກຮ້ອງອາເມລິກາ ລົບລ້າງຄຳສັ່ງລົງໂທດ
(ພາບປະກອບ)
(vovworld) – ວັນທີ 08/01, ສປປ.ເກົາຫຼີ ໄດ້ຮຽກຮ້ອງອາເມລິກາ ລົບລ້າງຄຳສັ່ງລົງໂທດທີ່ໄຮ້ເຫດຜົນທັງໝົດສຳລັບພຽງຢາງ, ພ້ອມທັງກະຕຸກຊຸກຍູ້ສ.ເກົາຫຼີ ສະແດງຫຼັກໝັ້ນຂອງຕົນ ໃນການປັບປຸງສາຍພົວພັບລະຫວ່າງສປປ.ເກົາຫຼີ ແລະ ສ.ເກົາຫຼີ. ສຳນັກຂ່າວສານສູນກາງສປປ.ເກົາຫຼີ ໄດ້ຄັດສະເໜີຖະແຫຼງຂອງຄະນະນະໂຍບາຍ ສັງກັດຄະນະກຳມະການປ້ອງກັນປະເທດສປປ.ເກົາຫຼີ ໂດຍຊີ້ແຈ້ງວ່າ “ຄຳສັ່ງລົງໂທດທັງໝົດເຊິ່ງອາເມລິກາ ຈັດວາງສຳລັບສປປ.ເກົາຫຼີ ແຕ່ກ່ອນມາຮອດປະຈຸບັນແມ່ນຍ້ອງຄວາມເປັນປໍລະປັກ”. ຍ້ອນເຫດນັ້ນ, ອາເມລິກາ ໄດ້ເຮັດໃຫ້ການພົວພັນລະຫວ່າງພຽງຢາງ - ວໍຊິງເຕັນ ຊົ່ວຮ້າຍທີ່ສຸດ ນັບແຕ່ຕົ້ນປີ. ສະນັ້ນ, ວໍສິງເຕັນ ຕ້ອງພິຈາລະນາຄືນໃໝ່ນະໂຍບາຍເປັນປໍລະປັກກັບພຽງຢາງ ຖ້າບໍ່ຢາກຕົກເຂົ້າສູ່ໄພພິບັດສົງຄາມ.