ສປປ.ເກົາຫຼີຍິງທົດລອງລູກສອນໄຟນຳວິຖີຈາກກ່ຳປັ່ນດຳນ້ຳສຳເລັດຜົນ
ສປປ.ເກົາຫຼີຍິງທົດລອງລູກສອນໄຟນຳວິຖີ
ຈາກກ່ຳປັ່ນດຳນ້ຳສຳເລັດຜົນ
(ພາບ: THX/ TTXVN)
(vovworld) - ສຳນັກຂ່າວສານ KCNA ຂອງສປປ.ເກົາຫຼີ ໃຫ້ຂ່າວວ່າ, ປະເທດນີ້ໄດ້ຍິງທົດລອງລູກສອນໄຟນຳວິຖີຍຸດທະສາດ ຈາກກ່ຳປັ່ນດຳນຳ້ສຳເລັດຜົນ ແລະ ການນຳ Kim Jong Un ຊີ້ນຳເຫດຍິງທົດລອງນີ້. ຕາມ KCNA ແລ້ວ, ເຫດຍິງທົດລອງນີ້ແມ່ນເພື່ອຢັ້ງຢືນ ຄວາມເປັນປົກກະຕິຂອງລະບົບຍິງລູກສອນໄຟນຳວິຖີຢູ່ລະດັບເລິກສຸດໃຕ້ນ້ຳ ແລະ ລູກສອນໄຟນີ້ສາມາດບຸກໂຈມຕີບັນດາເປົ້າໝາຍດ້ວຍຄວາມຊັດເຈນສູງ. KCNA ໃຫ້ຮູ້ຕື່ມອີກວ່າ, ເຕັກໂນໂລຊີລູກສອນໄຟນຳວິຖີທີ່ໄດ້ຍິງຈາກກ່ຳປັ່ນດຳນຳ້ຂອງສປປ.ເກົາຫຼີ ຕອບສະໜອງໄດ້ທຸກຄວາມຕ້ອງການດ້ານເຕັກນິກ, ກຽມພ້ອມໃຫ້ບັ້ນຮົບບຸກໂຈມຕີຈາກໃຕ້ນຳ້.