ສປປ.ເກົາຫຼີຍິງລູກສອນໄຟນຳວິຖີ

ສປປ.ເກົາຫຼີຍິງລູກສອນໄຟນຳວິຖີ - ảnh 1
(ພາບປະກອບຈາກ KCNA)

(vovworld) –  ວັນ​ທີ 19/7, ສຳນັກ​ຂ່າວ​ສານ Yonhap ຂອງ ສ. ​ເກົາຫຼີ ​ໄດ້​ຄັດ​​ແຫຼ່ງຂ່າວ​ຈາກ​ກອງທັບ​ຂອງ​ປະ​ເທດ​ນີ້​ໂດຍ​ໃຫ້​ຮູ້​ວ່າ: ສປປ ​ເກົາຫຼີ ຫາ​ກໍ່​ຍິງລູກ​ສອນ​ໄຟ​ນຳ​ວິ​ຖີ 3 ລູກ​ອອກ​ສູ່​ທະ​ເລ ຍີ່ປຸ່ນ. Yonhap ​ໄດ້​ຄັດສະ​ເໜີ​ແຫຼ່ງຂ່າວ​ຂອງ​ກອງທັບ ສ ​ເກົາ​ຫຼີ ​ໃຫ້​ຮູ້​ວ່າ: ​ເຫດ​ຍິງ​ລູກສອນ​ໄຟ​ໄດ້ຮັບ​ການ​ປະຕິບັດ​ຢູ່​ແຂວງ Hwangju ​ໃນ​ຕອນ​ເຊົ້າ​ວັນ​ທີ 19/7. ບັນດາ​ລູກ​ສອນ​ໄຟ​ບິນ​ໄດ້​ແຕ່ 500 – 600 ກມ ​ແລະ ມຸ່ງ​ໄປ​ສູ່​ທະ​ເລ ຍີ່ປຸ່ນ. ກອງທັບ ສ ​ເກົາຫຼີ ຖື​ວ່າ: ບັນດາ​ລູກ​ສອນ​ໄຟ​ນີ້ສາມາດ​ຍິງ​ໄປ​ທົ່ວ​ຜືນ​ແຜ່ນ​ດິນຂອງ ສ ​ເກົາຫຼີ. ​ເຫດ​ຍິງ​ທົດ​ລອງ​ຫລ້າ​ສຸດ​ຂອງ ສປປ ​ເກົາຫຼີ ​ໄດ້​ຮັບ​ການ​ປະຕິບັດ​ພາຍຫຼັງ​ປະ​ເທດ​ນີ້​ກ່າວ​ເຕືອນ​ຈະ​ມີ​ການ​ກະທຳ​ໂຕ້​ຕອບ​ການ​ຜັນ​ຂະຫຍາຍ​ລູກສ​ອນ​ໄຟ​ຂອງ ອາ​ເມ​ລິ​ກາ ຢູ່ ສ. ​ເກົາຫຼີ.


ຂ່າວ/ບົດ​ອື່ນ