ສື່ມວນຂົນຄວນຮ່ວມເດີນທາງພ້ອມກັບຜົນປະໂຫຍດຂອງຊາດ

(VOVWORLD) -ຕອນເຊົ້າວັນທີ 24 ທັນວາ,ຢູ່ນະຄອນໂຮ່ຈິມິນ, ຄະນະໂຄສະນາສຶກສາສູນກາງພັກໄດ້ເປັນປະທານສົມທົບກັບກະຊວງຖະແຫຼງຂ່າວ ສື່ສານ ແລະ ສະມາຄົມນັກຂ່າວ ຈັດກອງປະຊຸມສື່ມວນຊົນທົ່ວປະເທດສະຫຼຸບວຽກງານປີ 2022, ຜັນຂະຫຍາຍໜ້າທີ່ວຽກງານປີ 2023 ດ້ວຍການເຂົ້າຮ່ວມຂອງຜູ້ແທນຫຼາຍກ່ວາ 700 ຄົນ
     ສື່ມວນຂົນຄວນຮ່ວມເດີນທາງພ້ອມກັບຜົນປະໂຫຍດຂອງຊາດ - ảnh 1ກອງປະຊຸມສື່ມວນຊົນທົ່ວປະເທດສະຫຼຸບວຽກງານປີ 2022, ຜັນຂະຫຍາຍໜ້າທີ່ວຽກງານປີ 2023 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 24 ທັນວາ

     ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ, ທ່ານ ຫງວຽນຈ້ອງເງ້ຍ ຫົວໜ້າ ຄະນະໂຄສະນາສຶກສາສູນກາງພັກໄດ້ສະເໜີບັນດາອົງການສື່ມວນຊົນຕ້ອງປະຕິບັດການວາງແຜນກຳນົດສື່ມວນຊົນ, ການພິມຈຳໜ່າຍເປັນຢ່າງດີ, ເຮັດໃຫ້ຖືກຕ້ອງຕາມພຶດຕິກຳຕົວຈິງ. ສື່ມວນຊົນຄູວນເສີມຂະຫຍາຍປະຊາທິປະໄຕ ຮ່ວມເດີນທາງພ້ອມກັບຜົນປະໂຫຍດຂອງຊາດ, ເຊີດຊູການປະດິດຄິດສ້າງຂອງປະຊາຊົນໃນໄລຍະໃໝ່. ບັນດາບົດໜັງສືພິມກໍຄວນປຸກລຸກຄວາມຄາດຫວັງ, ຍົກສູງລັກສະນະຕີລາຄາສັງຄົມ, ຕຳໜິວິຈານທັດສະນະທີ່ຜິດພາດ. ບັນດາອົງການສື່ມວນຊົນຕ້ອງເອົາໃຈໃສ່ວຽກງານບຳລຸງກໍ່ສ້າງຖັນແຖວນັກຂ່າວ ທັງມີຄຸນນະທາດ, ທັງມີຈັນຍາບັນ ແລະ ຄວາມສາມາດທາງດ້ານວິຊາສະເພາະ ເພື່ອຕອບສະໜອງທາງດ້ານທັກສະໃນຍຸກໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ