ສື່ມວນຊົນ ກຳປູເຈຍ ໃຫ້ຂ່າວກ່ຽວກັບສານອວຍພອນ CPP ຂອງພັກກອມມູນິດ ຫວຽດນາມ

ສື່ມວນຊົນ ກຳປູເຈຍ ໃຫ້ຂ່າວກ່ຽວກັບສານອວຍພອນ CPP ຂອງພັກກອມມູນິດ ຫວຽດນາມ - ảnh 1
ພາບປະກອບ

(vovworld) – ບັນດາພາຫະນະສື່ມວນຊົນຂອງ ກຳປູເຈຍ ເມື່ອວັນທີ 2/8 ໄດ້ໃຫ້ຂ່າວກ່ຽວກັບເລື່ອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໄດ້ຝາກສານອວຍພອນ ກຳປູເຈຍ ຈັດຕັ້ງການເລືອກຕັ້ງສະພາ​ແຫ່ງ​ຊາດ ອາຍຸ​ການ​ທີ 5 ​ແລະ ພັກ​ປະຊາຊົນ ກຳປູ​ເຈຍ (CPP) ​ຍາດ​ໄດ້​ໄຊຊະນະ. ຊ່ອງ​ໂທລະພາບ​ແຫ່ງ​ຊາດ ກຳປູ​ເຈຍ (TVK), ວິທະຍຸ​ກະຈາຍສຽງ ​ແຫ່ງ​ຊາດ ກຳປູ​ເຈຍ (RNK) ​ແລະ ບັນ​ດາ​ຊ່ອງ​ໂທລະພາບ​​ຄື: Apasara, Bayon, TV3.​​..​ ລ້ວນ​ແຕ່​ໃຫ້​ຂ່າວ​ກ່ຽວ​ກັບເນື້ອ​ໃນ​ຂອງ​ສານ​ອວຍພອນ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ສື່​​ເອກ​ເລັກ​ໂຕ​ນິກຫຼາຍ​ສະບັບ ກໍ່​ໄດ້​ຄັດ​ສະ​ເໜີ​ເນື້ອ​ໃນ​ຂອງ​ສານ​ອວຍພອນ, ​ໃນ​ນັ້ນ​ໄດ້​ເນັ້ນ​ໜັກ​ວ່າ: “ດ້ວຍ​ນ້ຳ​ໃຈ​ອ້າຍ​ນ້ອງ, ​ເພື່ອນ​ຮ່ວມ​ກົມ​ກອງ​ທີ່​ສະ​ໜິດສະໜົມ, ພັກ​ກອມ​ມູນິດ ຫວຽດນາມ ​ແລະ ປະຊາຊົນ ຫວຽດນາມ ຂໍ​ຝາກ​ຄຳ​ອວຍພອນ​ເຖິງ​ພັກ​ປະຊາຊົນ​ກຳປູ​ເຈຍ ​ແລະ ປະຊາຊົນ​ກຳປູ​ເຈຍ ອ້າຍ​ນ້ອງ”.

ຂ່າວ/ບົດ​ອື່ນ