ສື່ມວນ​ຊົນ ອີ​ຕາ​ລີ: ຫວຽດ​ນາມ​ແມ່ນ ປະ​ຕູ​ື​ທາງເຂົ້າ ເພື່ອ​ໃຫ້ EUໄດ້ ສຳ​ຜັດ​ກັບ​ອາ​ຊຽນ

(VOVWORLD) -ໃນເວັບໄຊ https://www.affaritaliani.it ຂອງອີຕາລີໄດ້ ລົງຂ່າວກ່ຽວກັບເຫດການສະພາແຫ່ງຊາດຫວຽດນາມຫາກໍ່ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ພາຍຫຼັງ ທີ່ສັນຍາ 2 ສະບັບນີ້ໄດ້ຮັບການຮັບຮອງເອົາຈາກລັດຖະສະພາເອີລົບ ເມື່ອເດືອນກຸມພາຜ່ານມາ.
ສື່ມວນ​ຊົນ ອີ​ຕາ​ລີ: ຫວຽດ​ນາມ​ແມ່ນ ປະ​ຕູ​ື​ທາງເຂົ້າ ເພື່ອ​ໃຫ້ EUໄດ້ ສຳ​ຜັດ​ກັບ​ອາ​ຊຽນ - ảnh 1

ສະມາຊິກສະພາແຫ່ງຊາດກົດປຸ້ນຮັບຮອງເອົາມະຕິວ່າດ້ວຍການໃຫ້ສັດຕະຍາບັນສັນຍາ EVFTA ແລະ ສັນຍາ EVIPA (ພາບ: TTXVN)

ໃນຕາມເວັບໄຊດັ່ງກ່າວ, ສຳລັບຫວຽດນາມແລ້ວ, ບັນດາສັນຍາດັ່ງກ່າວໄດ້ເປີດກາລະໂອກາດສຳຄັນເພື່ອສຳຜັດກັບຕະຫຼາດເອີລົບ, ເຊິ່ງຜ່ານມາຖືວ່າແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 2 ຂອງ ຫວຽດນາມ. ສ່ວນ ບັນດາປະເທດ EU ກໍ່ຈະໄດ້ສຳຜັດກັບພື້ນຖານເສດຖະກິດທີ່ພວມພັດທະນາຢ່າງວອງໄວ ດ້ວຍ ປະຊາກອນຫຼາຍກ່ວາ 100 ລ້ານຄົນ. ໃນຕົວຈິງ, ຫວຽດນາມຈະກາຍເປັນປະຕູທາງເຂົ້າ ເພື່ອໃຫ້ບັນດາປະເທດ EU ໄດ້ສຳຜັດກັບພາກພື້ນ ອາຊຽນ. ສິ່ງນີ້ຈະສ້າງຄວາມສະດວກໃຫ້ແກ່ບັນດາປະເທດໃນພາກພື້ນ ເຊິ່ງແມ່ນປະເທດທີ່ພວມມີອັດຕາການເຕີບໂຕ, ພັດທະນາທີ່ເປັນໜ້າສົນໃຈ, ພ້ອມທັງພວມດຶງດູດແຫຼ່ງເງິນລົງທຶນກ້ອນໃຫຍ່ຈາກຕ່າງປະ ບໍ່ພຽງແຕ່ດ້ານການຄ້າເທົ່ານັ້ນ, ຫວຽດນາມ ຍັງມີແຜນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ດ້ວຍເປົ້າໝາຍຍຸດທະສາດແມ່ນກາຍເປັນປະເທດທີມີລາຍຮັບປານກາງ ແລະ ແມ່ນໃຈກາງຂອງພາກພື້ນ ເພື່ອສາມາດເປັນສ່ວນໜຶ່ງຂອງລະບົບມູນຄ່າທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ