ສື່ມວນຊົນ ອາຣັບ: ຫວຽດນາມ ປະສົບຜົນສຳເລັດໃນການຄວບຄຸມ covid-19 ດ້ວຍນະໂຍບາຍ
(VOVWORLD) -ສື່ເອເລັກໂຕນິກ ພາສາອາຣັບ Al-Arabiya ມີສຳນັກງານຕັ້ງຢູ່ ສະຫະລັດ ອາຣັບ ເອມີເຣດ ແລະ ສື່ເອເລັກໂຕນິກ “Hespress” ຂອງ Marocco ຫາກໍ່ມີບົດຂຽນ ຍ້ອງຍໍ ຫວຽດນາມ ທີ່ໄດ້ປະສົບຜົນສຳເລັດໃນການຄວບຄຸມການແຜ່ລະບາດຂອງ covid-19 ດ້ວຍບັນດານະໂຍບາຍທີ່ມີປະສິດທິຜົນ.
ສື່ເອເລັກໂຕນິກ ພາສາອາຣັບ Al-Arabiya ໄດ້ຂຽນວ່າ: ຫວຽດນາມ ໄດ້ນຳໃຊ້ບັນດາມາດຕະການແຍກຕົວຢ່າງເຄັ່ງຄັດ ແລະ ຖືວ່າ ບັນດາມາດຕະການຂອງລັດຖະບານຫວຽດນາມ ໄດ້ຮັບການຊົມເຊີຍຢູ່ພາຍໃນປະເທດ ພ້ອມກັບການຮ່ວມມືຂອງປະຊາຊົນ, ຈຳກັດການຕິດແປດຢູ່ໃນລະດັບຕ່ຳກວ່າຫລາຍເມື່ອທຽບໃສ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. ເປັນຫນ້າສົນໃຈ ມາຮອດປະຈຸບັນ ຫວຽດນາມ ຍັງບໍ່ທັນມີກໍລະນີໃດຖືກເສຍຊີວິດຍ້ອນເຊື້ອ covid-19. ບົດຂຽນກໍ່ໄດ້ລົງຮູບພາບຕ່າງໆໃນການປ້ອງກັນ ສະກັດກັ້ນ covid-19 ຂອງປະຊາຊົນຫວຽດນາມ, ສະຕິການປ້ອງກັນໂລກລະບາດຂອງປະຊາຊົນ.