ສື່ມວນຊົນກູບາສືບຕໍ່ໃຫ້ ຂ່າວກ່ຽວກັບການຢ້ຽມຢາມ ຂອງນາຍົກລັດຖະມົນຕີ ຫງວຽນເຕິນຢຸງ
ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ແລະ ປຊຊ ນະຄອນຫຼວງລາຮາວານ
(ພາບ: Đức Tám/TTXVN)
(vovworld)- ວັນທີ 27/3, ໜັງສືພິມ Gramma ສຽງຂອງພັກກອມມູນິດກູບາ ແລະ ໜັງສືພິມ “ຊາວໜຸ່ມລຸກຮຶ້ຂຶ້ນ“ ສຽງຂອງຄະນະຊາວໜຸ່ມກອມມູນິດກູບາ ລ້ວນແຕ່ໃຫ້ຂ່າວການນຳກູບາ Fidel Castro ໃຫ້ການຕ້ອນຮັບ ແລະ ໂອ້ລົມກັບທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ຢ່າງສະໜິດສະໜົມໃນໜ້າທຳອິດ.
ໜັງສືພິມຕ່າງໆໄດ້ຊີ້ແຈ້ງວ່າ, ໃນການພົບປະຢ່າງສະໜິດສະໜົມ ແລະ ມິດຕະພາບຖານອ້າຍນ້ອງ ແລະ ຄວາມເຂົ້າອົດເຂົ້າໃຈຊື່ງກັນ ແລະ ກັນ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສາຍພົວພັນປະຫວັດສາດລະຫວ່າງຫວຽດນາມ-ກູບາ ກໍ່ຄືບົດຮຽນຂອງສອງປະເທດໃນການພັດທະນາເສດຖະກິດ-ສັງຄົມ. ໜັງສືພິມ Gramma ໄດ້ລົງພິມຊີວະປະຫວັດຫຍໍ້ຂອງທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ພ້ອມກັບຂ່າວ ແລະ ພາບການພົບປະ, ເຮັດວຽກລະຫວ່າງທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ແລະ ທ່ານຮອງປະທານຜູ້ທີ 1 ສະພາແຫ່ງລັດ ແລະ ສະພາລັດຖະມົນຕີກູບາ Miguel Dias Canel ແລະ ການພົບປະກັບທ່ານປະທານສະພາແຫ່ງຊາດກູບາ Esteban Lazo Hernandez ຢູ່ນະຄອນຫຼວງລາຮາວານ. ໃນບົດຂຽນດ້ວຍຫົວຂໍ້ “ກູບາ ແລະ ຫວຽດນາມ ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ“, ໜັງສືພິມ “ຊາວໜຸ່ມລຸກຮຶ້ຂຶ້ນ“ ໄດ້ເນັ້ນຫນັກວ່າ: ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ໄດ້ຕີລາຄາສູງບັນດາຜົນງານໃນຫຼາຍຂົງເຂດຂອງກູບາ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນຂອງກູບາ ຕໍ່ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາປະເທດຊາດໃນເມື່ອກ່ອນ ກໍ່ຄືພາລະກິດສ້າງສາປະເທດຊາດໃນປະຈຸບັນ.
ແຈ້ງການຮ່ວມຫວຽດນາມ-ກູບາ
ຕອນບ່າຍວັນທີ 28/3, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເດີນທາງໄປຢ້ຽມຢາມ Haiti, ສິ້ນສຸດການຢ້ຽມຢາມ ກູບາ ຢ່າງຈົບງາມ. ເນື່ອງໃນໂອກາດນີ້,ສອງຝ່າຍໄດ້ອອກແຈ້ງການຮ່ວມ ຫວຽດນາມ - ກູບາ. ແຈ້ງການຊີ້ແຈ້ງວ່າ: ການນຳສອງປະເທດໝັ້ນໝາຍສົມທົບກັນຢ່າງແຫນ້ນແຟ້ນໃນການປະຕິບັດການຈັດຕັ້ງບັນດາການເຄື່ອນໄຫວສະເຫລີມສະຫລອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດໃນປີ 2015. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານປະທານສະພາແຫ່ງລັດ ກູບາ Raul Castro Ruz ຢືນຢັນ: ການສະຫນັບສະຫນູນຂອງຕົນສຳລັບກຸ່ມ G77, ບົດບາດເປັນປະທານກຸ່ມຂອງປະເທດສາທາລະນະລັດ Bolivia ແລະ ກອງປະຊຸມສຸດຍອດຂອງກຸ່ມນີ້ ຈະຖືກຈັດຂຶ້ນໃນເດືອນ 6/2014. ການນຳສອງທ່ານ ໄດ້ຊີ້ແຈ້ງວ່າ: ບັນດາການພິພາດສາກົນ ຄວນໄດ້ຮັບການແກ້ໄຂໂດຍສັນຕິວິທີ. ສອງຝ່າຍເຫັນດີເພີ່ມທະວີສົມທົບກັນ, ຮ່ວມມື ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນ ຢູ່ບັນດາອົງການສາກົນ ແລະ ເວທີປາໄສຫລາຍຝ່າຍ ຊື່ງສອງປະເທດພ້ອມກັນເປັນສະມາຊິກ.