ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
(vovworld) - ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ກາຍເປັນຫົວເລື່ອງພົ້ນເດັ່ນສຳລັບສື່ມວນຊົນ ຍີ່ປຸ່ນ ໃນວັນທີ 17/01. ຂ່າວ ແລະ ຮູບພາບກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ພິມລົງໜ້າສຳຄັນຂອງໜັງສືພິມໃຫຍ່ຫລາຍສະບັບຂອງຍີ່ປຸ່ນຄື: ໃຫຍ່ຄັດສະເໜີຢ່າງສົມກຽດຄື: “Japan Times”, “Yomiuri”, “Nihon Keizai”…ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທີ 3 ຂອງທ່ານ Shinzo Abe ບົນຖານະນາຍົກລັດຖະມົນຕີ ຍີ່ປຸ່ນ. ສື່ມວນຊົນ ຍີ່ປຸ່ນ ກໍ່ຍົກອອກການພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິຜົນລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ສະແດງໃຫ້ເຫັນຜ່ານເລື່ອງ 2 ປະເທດບັນລຸໄດ້ຄວາມເຫັນດີເປັນເອກະພາບໃນຫລາຍບັນຫາຄື: ການຮ່ວມມືເພື່ອຮັບປະກັນຄວາມປອດໄພໃນການເດີນທະເລ, ຊຸກຍູ້ສັນຍາຄູ່ຮ່ວມມືເສດຖະກິດຂ້າມປາຊີຟິກ (TPP) , ພ້ອມກັບບັນດາຄຳໝັ້ນສັນຍາໜູນຊ່ວຍຂອງ ຍີ່ປຸ່ນ ທີ່ສະຫງວນໃຫ້ ຫວຽດນາມ. ສຳລັບການຮ່ວມມືດ້ານປ້ອງກັນຄວາມສະຫງົບປອດໄພໃນການເດີນທະເລ, ສື່ມວນຊົນ ຍີ່ປຸ່ນ ໃຫ້ຮູ້ວ່າ ຄຳໝັ້ນສັນຍາຂອງທ່ານນາຍົກລັດຖະມົນຕີ Shinzo Abe ທີ່ສະໜອງໃຫ້ແກ່ ຫວຽດນາມ ກ່ຳປ່ັນລາດຕະເວນໃໝ່ 6 ລຳ ເພື່ອແນໃສ່ຊ່ວຍ ຫວຽດນາມ ເພີ່ມທະວີຄວາມສາມາດໃນການລາດຕະເວນຢູ່ທະເລຕາເວັນອອກ. ສື່ມວນຊົນ ຍີ່ປຸ່ນ ກໍ່ຄັດຄຳເວົ້າຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໂດຍຢືນຢັນວ່າ ຫວຽດນາມ ຊົມເຊີຍ ບັນດາຄຳໝັ້ນສັນຍາຂອງທ່ານນາຍົກລັດຖະມົນຕີ Shinzo Abe ແລະ ເນັ້ນໜັກວ່າ 2 ປະເທດ ລ້ວນແຕ່ເຫັນດີເປັນເອກະພາບຕໍ່ຄວາມສຳຄັນຂອງເລື່ອງປົກປັກຮັກສາຄວາມສະຫງົບປອດໄພຢູ່ທະເລຕາເວັນອອກ, ຊຸກຍູ້ການແກ້ໄຂຄວາມບໍ່ລົງລອຍກັນໂດຍຜ່ານບັນດາມາດຕະການສັນຕິພາບ, ເໝາະສົມກັບກົດໝາຍສາກົນ.