ສື່ມວນຊົນລາວ ຕີລາຄາສູງການຢ້ຽມຢາມ ຫວຽດນາມ ຂອງນາຍົກລັດຖະມົນຕີລາວ

ສື່ມວນຊົນລາວ ຕີລາຄາສູງການຢ້ຽມຢາມ ຫວຽດນາມ ຂອງນາຍົກລັດຖະມົນຕີລາວ - ảnh 1
ປະທານທອງສິງ ທຳມະວົງ ເຮັດວຽກຢູ່ ຫວຽດນາມ
(ພາບ: ອິນເຕີແນັດ)

(vovworld)-  ໜັງສື​ພິມ​ໃຫ່ຍສະບັບ​ຕ່າງໆ​ຂອງ​ລາວ ສະບັບ​ອອກ​ວັນ​ທີວັນ​ທີ 27/2, ​ໄດ້ລົງ​ພິມ​ຂ່າວ ​ແລະ ບົດ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​ແຕ່​ວັນ​ທີ 23-26/2. ໜັງສືພິມ​ປະຊາຊົນ ​ແລະ ​ສຳນັກ​ຂ່າວສານ​ລາວ ​ໄດ້​ລົງ​ພິມ​ຮູບພາບ ​ແລະ ​ບົດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​ຢູ່​ທ້ອຖິ່ນ​ຕ່າງໆ​ຂອງ ຫວຽດນາມ ຢ່າງ​ສົມ​ກຽດ. ການ​ຢ້ຽມຢາມ​ຂອງ​ທ່ານນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ສົມ​ກຽດ​ ຈາກ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ, ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ​ບັນດາ​ການ​ນຳ​ພັກ, ລັດ​ ພ້ອມ​ດ້ວຍ​ການ​ນຳ ​ແລະ ​ປະຊາຊົນທ້ອງ​ຖິ່ນ​ຕ່າງໆ​ຂອງ ຫວຽດນາມ. ໜັງສືພິມ​ຕ່າງໆ​ຂອງ​ລາວ ຖື​ວ່າ ການ​ຢ້ຽມຢາມ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດໃນ​ປີ “​ແຫ່ງ​ຄວາມ​ສາມັກຄີ​ມະ​ດຕະພາບ ຫວຽດນາມ-​ລາວ“

ຂ່າວ/ບົດ​ອື່ນ