ສື່ມວນຊົນສວມບົດບາດສຳຄັນນຳມະຕິກອງປະຊຸມສູນກາງຄັ້ງທີ 4 ເຂົ້າໃນຊີວິດ

ສື່ມວນຊົນສວມບົດບາດສຳຄັນນຳມະຕິກອງປະຊຸມສູນກາງຄັ້ງທີ 4 ເຂົ້າໃນຊີວິດ - ảnh 1
ທີ່ກອງປະຊຸມ
 ( ພາບ: baoquangninh.com.vn )

( vovworld ) – ກອງ​ປະຊຸມ​ພະນັກງານສື່ມວນ​ຊົນທົ່ວ​ປະ​ເທດ​​ໄດ້ຮໍ່າຮຽນ, ຊາບ​ຊືມ, ຜັນ​ຂະຫຍາຍການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 4 ( ຊຸດ​ທີ 11 ) “ ບາງ​ບັນຫາ​ອັນຮີບ​ດ່ວນ​ກ່ຽວ​ກັບການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ ” ​ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 29/3 ​ຢູ່​ແຂວງ Quang Ninh. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Nguyen The Ky ຮອງ​ຫົວໜ້າ​ຄະ​ນະ​ໂຄສະນາ​ສຶກສາ​ສູນ​ກາງ​ໄດ້​ເນັ້ນ​ໜັກ​ວ່າ ບັນດາ​ພາຫະນະ​ສື​ມວນ​ຊົນ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ນຳ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ( ຊຸດ​ທີ 11 ) ກໍ​ຄື “ ບາງ​ບັນຫາ​ອັນຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ ” ​ເຂົ້າ​ໃນ​ຊີວິດ​. ທ່ານ Nguyen The Ky ​ໄດ້​ສະ​ເໜີ​ໃຫ້​ບັນດາ​ອົງການ​ສື​ມວນ​ຊົນຄວນ​ໄກ້​ຊິດ ​ແລະ ​ໂຄສະນາຢ່າງຕໍ່​ເນື່ອງ​ບັນ​ດາໝວດ​ມາດ​ຕະການ​ແກ້​ໄຂ​ ເຊິ່ງມະຕິ​ກອງ​ປະຊຸມສູນ​ກາງ​ຄັ້ງ​ທີ 4, ສຳ​ສັ່ງ ​ແລະ ​ແຜນການ​ຂອງ​ກົມ​ການ​ເມືອງ​ໄດ້​ວາງ​ອອກ; ​ເປັນ​ເຈົ້າ​ການ​ຕໍ່​ສູ້ປະຕິ​ເສດ​ບັນດາທັດສະນະ, ຂໍ້​ມູນ​ຂ່າວ​ທີ່​ຜິດ​ພາດ, ​ເປັນ​ປໍ​ລະ​ປັກ, ​ເສກ​ສັນ​ປັ້ນ​ແຕ່ງ​ເນື້ອ​ໃນ,  ຖືເບົາຈຸດໝາຍ, ຄວາມ​ໝາຍ, ຄວາ​ມສຳຄັນ​ຂອງ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 4 ກໍ​ຄື​ບັນດາ​ມາດ​ຕະການ​​ຜັນ​ຂະຫຍາຍ​ມະຕິ​ເຂົ້າ​ໃນ​ຊີວິດ​ຕົວ​ຈິງ.

ຂ່າວ/ບົດ​ອື່ນ