ສື່ມວນຊົນເປັນເຈົ້າການຖະແຫຼງຂ່າວກ່ຽວກັບກິດຈະການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ

ສື່ມວນຊົນເປັນເຈົ້າການຖະແຫຼງຂ່າວກ່ຽວກັບກິດຈະການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ - ảnh 1
(ທ່ານ​ດິງ​ເທ໋​ຮີນ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ
ກ່າວ​ຄຳ​ເຫັນ​​ການ​ພົບ​ປະ)


(vovworld) - ຕອນ​ເຊົ້າ​ວັນ​ທີ 07/02, ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ສົມທົບ​ກັບ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ສະມາຄົມ​ນັກ​ຂ່າວ​ຫວຽດນາມ ​ແລະ ໜັງ​ສື່​ພິມ​ ​ເຍີນ​ເຢີ​ນ ສຽງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ຈັດກ​ອງປະຊຸມ​​ແລກປ່ຽນ​ວຽກ​ງານ​ສື່​ມວນ​ຊົນ​ຍາມຕົ້ນ​ລະດູບານ​ໃໝ່ປີ 2014.

        ກ່າວ​ຄຳ​ເຫັນ​​ທີ່ການ​ພົບ​ປະ, ​ໂດຍ​ຕາງໜ້າ​ໃຫ້​ກົມ​ການ​ເມືອງ, ຄະນະ​ເລຂາສູນ​ກາງ​ພັກ, ທ່ານ​ດິງ​ເທ໋​ຮີນ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະ​ນາ​ສຶກສາ​ສູນ​ກາງ​ຫວຽດນາມ ຊີ້​ແຈ້ງວ່າ, ປີ 2014 ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 10 ປີ ​ແຕ່​ປີ 2011 – 2020 ດ້ວຍ​ຈຸດໝາຍ ນຳ​ຫວຽດນາມ ​ໃຫ້ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໃນ​ປີ 2020. ສະ​ນັ້ນ, ບັນດາ​ຜູ້​ເຮັດ​ວຽກ​ງານ​ດ້ານ​ສື່ມວນ​ຊົນ ຕ້ອງ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະງ່າ​ລາ​ສີ​ຂອງ​ພື້ນຖານ​ດ້ານສື່ມວນ​ຊົນ​ປະຕິ​ວັດ, ​ເປັນ​ເຈົ້າການ​ມີ​ຫົວຄິດ​ປະດິດ​ສ້າງ, ຖະ​ແຫູ​ງຂ່າວໂຄສະນາ​ຢ່າງຮອບດ້ານ, ​ເລີກ​ເຊິ່ງ, ຊື່​ຕົງ ທັນການ​ໃນ​ກິດຈະ​ການ​ປ່ຽນ​ໃໝ່​ປະ​ເທດ​ຊາດ. ທ່ານ​ດິງ​ເທ໋​ຮີນ ກ່າວ​ວ່າ.

        “​​ໃນໄລຍະ 2 ປີ​ຍັງ​ເຫຼືອ ​ແມ່ນ​​ໄລຍະ​ທີ່​ພວມ​ເຮົາ​ສູ້​ຊົນ​ຢ່າງ​ຂ້ຽວຂາດ ​ເພື່ອ​ຍາດ​​ເອົາຄືນ​ທ່າ​ເຕີບ​ໂຕ​ແນ​ໃສ່​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທ້າຍ​ນາໆ​ປະການ, ສູ້​ຊົນ​ສຳ​ເລັດ​ບັນດາ​ຈຸດໝາຍ​ເຊິ່ງກອງປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ​ໄດ້​ວາງ​ອອກ. ນັ້ນ​ແມ່ນ​ໜ້າ​ທີ່​ອັນ​ໜັກໜ່ວງ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ຫວຽດນາມ, ​ໃນ​ນັ້ນ​ສື່ມວນ​ຊົນສວນ​ບົດບາດ​ສຳຄັນ​ຍ່ິງ.”

        ​ໂດຍ​ຕາງໜ້າ​​ໃຫ້​ລັດຖະບານ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ວູດຶດດາມ ຢືນຢັນ​ວ່າ ​ໃນ​ປີ 2014, ລັດຖະບານ​ສືບ​ຕໍ່​ຊີ້​ນຳບໍລິຫານ​ບັນດ​າກົນ​ໄກ​ນະ​ໂຍບາຍ ດ້ວຍ​ຈຸດໝາຍ​ຮັກສາ​ທ່າ​ເຕີບ​ໂຕ, ຮັກສາ​​ເສດຖະກິດມະຫາ​ພາກ​ເປັນ​ປົກ​ກະ​ກິ, ຮັບປະກັນ​ຊີວິດ​ສັງຄົມ... ທ່ານ​ຮອງ​ນາຍົກລັດຖະມົນຕີ ວູດຶກ​ດາມ​ສະ​ເໜີ​ວ່າ.

        “ລັດຖະບານ​ສະ​ເໜີ​ໃຫ້​ອົງການ​ສື່ມວນ​ຊົນ​ຕ່າງໆ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງສື່ມວນ​ຊົນປະຕິວັດ ກໍ່​ຄື​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ, ສືບ​ຕໍ່​ພ້ອມ​ກັບ​ລັດຖະບານ​ ​ແລະ ປະຊາຊົນ​ທົ່ວ​ປະ​ເທດປະຕິບັດ​ບັນດາ​ຄາດໝາຍ​​ເຊິ່ງພັກ​ໄດ້​ວາງ​ອອກ​ຢ່າງ​ມີ​ໄຊ. ລັດຖະບານ​ປາດ​ຖະໜາ ​ແລະ ຮຽກຮ້ອງມວນ​ຊົນ​ຫວຽດນາມ ຮຽງ​ບ່າ​ຮຽນ​ໄຫຼ່​ພ້ອມ​ກັບ​ລັດຖະບານ​ຕັດສິນ​ໃຈ​ປ່ຽນ​ໃໝ່​ແນ​ໃສ່​ບັນດາ​ຈຸດໝາຍ​ເຊິ່ງມະຕິ​ຂອງ​ສູນ​ກາງ​ພັກໄດ້​ວາງ​ອອກ”.

ຂ່າວ/ບົດ​ອື່ນ