ສື່ມວນຊົນເຢຍລະມັນສືບຕໍ່ຕີລາຄາສູງການຢ້ຽມຢາມເອີລົບຕາເວັນອອກຂອງທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງ
ທ່ານ ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຢູ່ສະຖາບັນ Körbe
(ພາບ: ASEANToday)
(vovworld) - ເວັບໄຊ finanzen.net, ເຊິ່ງແມ່ນປະຕູຖານການເງິນໃຫຍ່ກວ່າໝູ່ຂອງເຢຍລະມັນ, ໃຫ້ຮູ້ວ່າການຢ້ຽມຢາມ ສາທາລະນະລັດ ສະຫະພັນ ເຢຍລະມັນຂອງທ່ານ ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງໄດ້ຮັບການສະໜັບສະໜູນຢ່າງແຮງຈາກ ແບກລິນ ກໍ່ຄືສະຫະພາບເອີລົບ ກ່ຽວກັບມາດຕະການແກ້ໄຂບັນດາຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກ. ບົດຂຽນຊີ້ແຈ້ງວ່າ, ໃນການພົບປະກັບບັນດາການນຳຂັ້ນສູງຂອງປະເທດຕ່າງໆ, ທ່ານ ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງໄດ້ຢັ້ງຢືນແຜນນະໂຍບາຍ, ນະໂຍບາຍ, ແນວທາງແລະ ຄວາມປາດຖະໜາຂອງຫວຽດນາມຢ່າງຈະແຈ້ງ, ນັ້ນແມ່ນພ້ອມກັນແກ້ໄຂຄວາມຂັດແຍ້ງກັນບົນທະເລຕາເວັນອອກຜ່ານບັນດາມາດຕະການສັນຕິພາບ. ບົດຂຽນກໍ່ໃຫ້ຂໍ້ສັງເກດວ່າການຢ້ຽມຢາມບັນດາປະເທດເອີລົບຕາເວັນຕົກຂອງທ່ານ ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ກໍ່ໄດ້ຮັບການສະໜັບສະໜູນຈາກເຢັຍລະມັນ, ແບນຊິກ ແລະ ຄະນະກຳມະການເອີລົບໃນການສິ້ນສຸດການເຈລະຈາສັນຍາການຄ້າເສລີ EU - ຫວຽດນາມ ໂດຍໄວ, ກໍ່ຄືຮັບຮອງຫວຽດນາມເປັນພື້ນຖານເສດຖະກິດການຕະຫຼາດ ເມື່ອສັນຍາໄດ້ຮັບການລົງນາມໂດຍໄວ.
ກ່ອນໜ້ານັ້ນ, ກະຊວງເສດຖະກິດ ແລະ ພະລັງງານເຢຍລະມັນ ກໍ່ໄດ້ໃຫ້ຂ່າວ, ບົດກ່ຽວກັບການພົບປະລະຫວ່າງທ່ານ ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ກັບທ່ານລັດຖະມົນຕີ ກະຊວງເສດຖະກິດ ແລະ ພະລັງງານເຢຍລະມັນ Sigmar Gabriel.