ການນຳສອງປະເທດລົງນາມໃນຂໍ້ຕົກລົງຮ່ວມມື
(ພາບ: baodongnai.com.vn)
(vovworld) - ວັນທີ 29/10, ສື່ມວນຊົນໄທໄດ້ໃຫ້ຂ່າວ, ບົດ ແລະ ຮູບພາບກ່ຽວກັບການປະຊຸມຄະນະລັດຖະບານຮ່ວມຄັ້ງທີ 2 ລະຫວ່າງຫວຽດນາມ - ໄທ ເຊິ່ງຫາກໍ່ດຳເນີນຢູ່ ຮ່າໂນ້ຍ, ໃນນັ້ນເນັ້ນໜັກເຖິງເລື່ອງສອງຝ່າຍລົງນາມໃນຂໍ້ຕົກລົງຮ່ວມມື ແລະ ເຫັນດີເພີ່ມວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 18 ຕື້ USD ໃນປີ 2015. ສື່ມວນຊົນໄທຍັງໃຫ້ຮູ້ວ່າ, ໃນການປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ແລະ ທ່ານນາງນາຍົກລັດຖະມົນຕີໄທ ຍິງຮັກ ຊິນນະວັດ ໄດ້ປຶກສາຫາລືກ່ຽວກັບຄວາມສາມາດຍົກການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ, ແລະ ເຫັນດີນຳກັນວ່າ, ສອງປະເທດຄວນເພີ່ມທະວີການຮ່ວມມືໃນການສົ່ງອອກເຂົ້າສານ, ການພັດທະນາຂະແໜງຢາງພາລາ, ການຮ່ວມມືທາງດ້ານພະລັງງານ, ນ້ຳມັນອາຍແກດ, ທາງຄົມມະນາຄົມທີ່ເຊື່ອມຕໍ່ລະຫວ່າງສອງປະເທດ ກໍ່ຄືແລວເສດຖະກິດຕາເວັນອອກ - ຕາເວັນຕົກ. ນາຍົກລັດຖະມົນຕີທັງສອງທ່ານ ຍັງແລກປ່ຽນກ່ຽວກັບຫຼາຍບັນຫາທີ່ແຕກຕ່າງກັນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຄືພະລັງງານ, ກະສີກຳ, ຄວາມສາມັກຄີໃນອາຊຽນ, ການແກ້ໄຂວິກິດການ ແລະ ໄພທຳມະຊາດ, ພ້ອມທັງເຫັນດີນຳກັນຈະສ້າງການຮ່ວມມືດ້ວຍຫຼາຍຮູບການ ບໍ່ພຽງແຕ່ສອງຝ່າຍ, ຫຼາຍຝ່າຍ, ຫາກໃນຂັ້ນອາຊຽນ ແລະ ສາກົນອີກດ້ວຍ. ໂດຍສະເພາະແມ່ນສ້າງຕັ້ງຄະນະກຳມະການປະສົມ ເພື່ອແນໃສ່ຊຸກຍູ້ຍຸດທະສາດເຫຼົ່ານັ້ນ.