(VOVWORLD) - ໃນ 6 ເດືອນຕົ້ນປີ, ກະຊວງການເງິນໄດ້ເປັນເຈົ້າການໃນການບໍລິຫານນະໂຍບາຍປີການເງິນ ແລະ ມີຄວາມຂ້ຽວຂາດໃນການປະຕິບັດລາຍຮັບ - ລານຈ່າຍງົບປະມານແຫ່ງລັດ.
ກອງປະຊຸມສະຫຼຸບ ວຽກງານການເງິນ - ທະນາຄານແຫ່ງລັດ ໃນ 6 ເດືອນຕົ້ນປີ 2023 (ພາບ: thuenhanuoc.vn) |
ກະຊວງການເງິນຈະສຸມໃສ່ຜັນຂະຫຍາຍນະໂຍບາຍປີການເງິນໜູນຊ່ວຍການຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດໃນ 6 ເດືອນທ້າຍປີ. ນີ້ແມ່ນສານໄດ້ຍົກອອກມາຢູ່ກອງປະຊຸມສະຫຼຸບ ວຽກງານການເງິນ - ທະນາຄານແຫ່ງລັດ ໃນ 6 ເດືອນຕົ້ນປີ 2023, ໂດຍກະຊວງການເງິນຈັດຂຶ້ນໃນຕອນເຊົ້າວັນທີ 13 ກໍລະກົດ, ຢູ່ຮ່າໂນ້ຍ ແລະ ເຊື່ອມຕໍ່ກັບ 62 ແຫ່ງໃນທົ່ວປະເທດ.
ໃນ 6 ເດືອນຕົ້ນປີ, ກະຊວງການເງິນໄດ້ເປັນເຈົ້າການໃນການບໍລິຫານນະໂຍບາຍປີການເງິນ ແລະ ມີຄວາມຂ້ຽວຂາດໃນການປະຕິບັດລາຍຮັບ - ລານຈ່າຍງົບປະມານແຫ່ງລັດ. ຕາມນັ້ນແລ້ວ, ກະຊວງການເງິນກໍ່ໄດ້ປະກາດໃຊ້ ແລະ ຜັນຂະຫຍາຍປະຕິບັດບັນດານະໂຍບາຍປີການເງິນ, ການດູນດ່ຽງ ຢ່າງທັນການເພື່ອຮັບປະກັນແຫຼ່ງກຳລັງໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ບັນດາໜ້າທີ່ປະຕິບັດລາຍຈ່າຍງົບປະມານ ກໍ່ໄດ້ປະຕິບັດ ຕາມແຜນງົບປະມານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມໝັ້ນຄົງ, ການບໍລິຫານລັດ, ສະຫວັດດີການສັງຄົມໃຫ້ແກ່ປະຊາຊົນ. ພ້ອມທັງ, ງົບປະມານສູນກາງ ແລະ ງົບປະມານທ້ອງຖິ່ນທຸກຂັ້ນໄດ້ຮັບປະກັນຄວາມດຸ່ນດ່ຽງ.
ການນຳກະຊວງການເງິນໄດ້ຢັ້ງຢືນຈະມີມາດຕະການຈຸດສຸມເພື່ອຜັນຂະຫຍາຍໃນ 6 ເດືອນທ້າຍປີ 2023, ເພື່ອປະກອບສ່ວນພ້ອມກັບທົ່ວປະເທດສຸຊົນບັນລຸເປົ້າໝາຍສູງທີ່ສຸດໃນການພັດທະນາເສດຖະກິດ ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2023.