ສິລະປະເດີນກາຕ່າຍຕື ຄວນໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາ ໃນຊີວິດຂອງມວນມະນຸດ
(ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົາຮ່ວມ
ການຕ້ອນຮັບໃບຮັບຮອງຂອງອົງການ UNESCO)
(vovworld) - ຕອນຄໍ່າວັນທີ 11/02, ຢູ່ນະຄອນໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ ສິລະປະເດີນກາຕ່າຍຕື ຄວນໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາໃນຊີວິດຂອງມວນມະນຸດ ທີ່ການຕ້ອນຮັບໃບຮັບຮອງຂອງອົງການ UNESCO ທີ່ເຊີດຊູສິລະປະເດີນກາຕ່າຍຕື ພາກໃຕ້ຫວຽດນາມ ແມ່ນມໍລະດົກບໍ່ມີຮູບຮ່າງຂອງມວນມະນຸດ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ຍ້ອງຍໍການນຳ ແລະ ປະຊາຊົນທ້ອງຖິ່ນຕ່າງໆ, ບັນດານັກສິລະປີນ, ສິລະປະການ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ອະນຸລັກຮັກສາ ແລະ ພັດທະນາສິລະປະ ເດີນກາຕ່າຍຕື ພາກໃຕ້ຫວຽດນາມ ດ້ວຍຫຼາຍຂະບວນການ, ຫຼາຍຮູບແບບການເຄື່ອນໄຫວ ແລະ ງານພົບປະແລກປ່ຽນທີ່ອຸດົມສົມບຸນ, ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ບັນດານັກຄົ້ນຄວ້າ.... ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳຂອງຫວຽດນາມ ແລະ ຂອງມວນມະນຸດ, ໃນນັ້ນມີສິລະປະ ເດີນກາຕ່າຍຕືພາກໃຕ້ຫວຽດນາມ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ.
“ປະເທດຫວຽດນາມ, ປະຊາຊົນຫວຽດນາມ ພວມດຳລົງຊີວິດໃນໄລຍະໂລກາພິວັດ ແລະ ນັບມື້ນັບເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ. ພວກເຮົາຕ້ອງຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມ ເຊິ່ງບັນພະບຸລຸດໄດ້ສ້າງ ແລະ ມອບໃຫ້. ພວກເຮົາຕ້ອງມີບັນດາການເຄື່ອນໄຫວຢ່າງແທດຈິງ, ມີຊີວິດຊີວາ, ມີປະສິດທິຜົນ ເພື່ອຮັກສາໄວ້ ແລະ ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳອັນລ້ຳຄ່າຂອງຊາດຫວຽດນາມ”.