ສສຊ ປຶກສາຫາລືຮ່າງປະມວນກົດໝາຍວ່າດ້ວຍການດຳເນີນຄະດີອາຍາ (ສະບັບປັບປຸງ)
ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ ໄດ້ອັດລັງພາຍຫຼັງດຳເນີນມາເປັນເວລາ 3 ວັນ |
(vovworld)-ຕອນເຊົ້າວັນທີ 26/8, ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ ໄດ້ອັດລັງພາຍຫຼັງດຳເນີນມາເປັນເວລາ 3 ວັນ. ກ່ອນໜ້ານັ້ນ, ເມື່ອປຶກສາຫາລືກ່ຽວກັບຮ່າງປະມວນກົດໝາຍວ່າດ້ວຍການດຳເນີນຄະດີອາຍາ (ສະບັບປັບປຸງ), ບັນດາ ສະມາຊິກສະພາແຫ່ງຊາດຕ່າງກໍຖືວ່າ ການບັນທຶກສຽງ, ບັນທຶກພາບກ່ຽວກັບການເຄື່ອຍໄຫວສອບປາກຄຳ ແມ່ນຈຳເປັນ, ເພື່ອຮັບປະກັນຄວາມກະຈ່າງແຈ້ງໃນໄລຍະດຳເນີນການສອບປາກຄຳ, ທັງເປັນການປົກປ້ອງຜູ້ຕ້ອງຫາ, ຕ້ານການບັງຄັບໃຫ້ການ, ທໍລະມານ, ປົກປ້ອງຜູ້ດຳເນີນສອບປາກຄຳຫຼີກລ້ຽງການຕູ່ຫາ.