ສສຊປາດຖະໜາວ່ານາຍົກລັດຖະມົນຕີຄົນໃໝ່ຈະສະແດງຄຸນນະທາດຂອງຜູ້ທີ່ເປັນຫົວໜ້າລັດຖະບານຢ່າງຈະແຈ້ງ
(ພາບປະກອບ)
(vovworld) - ເມື່ອແລກປ່ຽນຢູ່ນອກສະພາແຫ່ງຊາດກ່ຽວກັບເລື່ອງສະພາແຫ່ງຊາດໄວ້ວາງໃຈເລືອກຕັ້ງທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ, ສະມາຊິກສະພາແຫ່ງຊາດຫຼາຍທ່ານປາດຖະໜາວ່າ, ໃນໄລຍະຈະມາເຖິງ, ໃນຖານະຕຳແໜ່ງໃໝ່, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະປະຕິບັດໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີ. ບັນດາສະມາຊິກສະພາແຫ່ງຊາດ ໄດ້ແບ່ງປັນຄວາມຫວັງວ່າ, ລັດຖະບານຈະສຸມໃສ່ແກ້ໄຂບັນດາບັນຫາງົບປະມານ ດ້ວຍການຫຼຸດຜ່ອນລາຍຈາຍພາກລັດ, ປະຕິບັດການປະຢັດ; ສ້າງກົງຈັກລັດຢ່າງກະທັດລັດ; ສຸມແຫຼ່ງກຳລັງເພື່ອພັດທະນາເສດຖະກິດ… ເພື່ອຮັບໃຊ້ປະຊາຊົນ. ຕາມທ່ານ ເຈີນວັນບານ, ສະມາຊິກສະພາແຫ່ງຊາດແຂວງ ບິ່ງດິ້ງ ແລ້ວ, ເມື່ອຮັບບົດບາດໜ້າທີ່ເປັນນາຍົກລັດຖະມົນຕີໃນໄລຍະຈະມາເຖິງ ແມ່ນວຽກງານໜັກໜ່ວງທີ່ສຸດສຳລັບຜູ້ນຳລັດຖະບານ.
“ພວກຂ້າພະເຈົ້າຫວັງວ່າ, ທ່ານນາຍົກລັດຖະມົນຕີຈະປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ, ພິເສດແມ່ນແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງນັ້ນແມ່ນ ບັນຫາປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ບັນຫາທີ 2 ແມ່ນປົກປັກຮັກສາທະເລ, ໝູ່ເກາະຂອງພວກເຮົາ. ຂ້າພະເຈົ້າເຊື່ອໝັ້ນວ່າ, ທ່ານນາຍົກລັດຖະມົນຕີ ກຳແໜ້ນໄດ້ບັນດາສິ່ງທີ່ຍັງຄົງຄ້າງຂັດແລ້ວ ເພື່ອນຳປະເທດຊາດເຊື່ອມໂຍງໃຫ້ດີກວ່າ. ພ້ອມທັງມີບັນດານະໂຍບາຍຢ່າງມີປະສິດທິຜົນ ເພື່ອໃຫ້ພວກເຮົາແກ້ໄຂສິ່ງທີ່ຍັງຄົງຄ້າງເພື່ອຊີ້ນຳບັນດາກະຊວງ, ຂະແໜງການສືບຕໍ່ກໍ່ສ້າງ ແລະ ພັດທະນາປະເທດຊາດ.”