ສະກັດກັ້ນໂລກໄຂ້ຫວັດ A/H7N9 ແຜ່ລາມອອກຢູ່ຫວຽດນາມ
ພາບປະກອບ
(vovworld) – ມາຮອດປະຈຸບັນ, ຫວຽດນາມ ບໍ່ທັນຄົ້ນພົບກໍລະນີໃດຕິດໄວຣັດ H7N9, ແຕ່ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ແລະ ຕ້ານໂລກໄຂ້ຫວັດສັດປີກໄດ້ຮຽກຮ້ອງໃຫ້ທ້ອງຖີ່ນຕ່າງໆທີ່ຕິດກັບຊາຍແດນເປັນເຈົ້າການໃນການວາງແຜນການ, ກຽມພ້ອມຮັບມືກັບໂລກໄຂ້ຫວັດສັດປີກ. ທ່ານລັດຖະມົນຕີກະຊວງກະສີກຳ ແລະ ພັດທະນາຊົນນະບົດ ກາວດຶກຟາດ, ໃຫ້ຮູ້ວ່າ:
“ພວກເຮົາຕ້ອງຕິດຕາມສະພາບການຜັນແປຢູ່ບັນດາປະເທດໃນພາກພື້ນ, ພິເສດແມ່ນປະເທດທີ່ມີເສັ້ນຊາຍແດນຕິດກັບຫວຽດນາມ ແລະ ໃຫ້ຂ່າວເປັນປະຈຳ, ຄົບຖ້ວນເພື່ອໃຫ້ປະຊາຊົນເຂົ້າໃຈແຈ້ງສະພາບການ, ຈຸດພິເສດຂອງໄວຣັດ, ບັນດາມາດຕະການຮັບມື ເພື່ອເປັນເຈົ້າການ ແລະ ຕັ້ງໜ້າເຂົ້າຮ່ວມ. ທີສອງແມ່ນປະຕິບັດທຸກມາດຕະການຢ່າງເດັດຂາດເພື່ອສະກັດກັ້ນການຄ້າຂາຍ, ຂົນສົ່ງສັດປີກ, ກໍ່ຄືບັນດາຜະລິດຕະພັນຈາກສັດປີກເຂົ້າຫວຽດນາມ. ທີສາມແມ່ນຈັດຕັ້ງການຄວບຄູມສະພາບແຜ່ຂະຫຍາຍຂອງໄວຣັດຢ່າງເຂັ້ມງວດ“.
ກະຊວງກະສີກຳ ແລະ ພັດທະນາຊົນນະບົດ ໄດ້ມີເອກະສານຊີ້ນຳ ແລະ ຈັດສົ່ງພະນັກງານໄປຍັງທ້ອງຖີ່ນຕ່າງໆເພື່ອສົມທົບກັນຄວບຄຸມໂລກໄຂ້ຫວັດສັດປີກ. ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງການຕິດຕາມກວດກາ, ການແກ້ໄຂສະພາບໂລກລະບາດ ແລະ ສັກຢາກັບພະຍາດໃຫ້ສັດປີກ.