ສະຖານທູດ ຫວຽດນາມປະຈຳ ອາເມລິກາ ຈັດການພົບປະສົນທະນາກ່ຽວກັບ “ສັນຍາປີຣີ 1973”

(vovworld) - ວັນ​ທີ 18/1, ສະຖານທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຈັດ​ການ​ພົບ​ປະ​ສົນທະນາ​ເນື່ອງ​ໃນ​ໂອກາດ​ລະນຶກ 40 ປີ​ແຫ່ງ​ວັນ​ເຊັນ​ສັນຍາ​ປາຣີ (27/1/1973 -27/1/2013) ດ້ວຍ​ເນື້ອ​ໃນ “ສັນຍາ​ຢຸດຕິ​ສົງຄາມ, ສ້າງສັນ​ຕິ​ພາບ​ຢູ່ ຫວຽດນາມ ຄືນ​ໃຫມ່”.

ສະຖານທູດ ຫວຽດນາມປະຈຳ ອາເມລິກາ ຈັດການພົບປະສົນທະນາກ່ຽວກັບ “ສັນຍາປີຣີ 1973” - ảnh 1
ທ່ານ ຫງວຽນ​ກວກ​ເກື່ອງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ
ອາ​ເມ​ລິ​ກາ ກ່າວຄຳເຫັນທີ່ການພົບປະສົນທະນາ

ນະ​ທີ່​ນີ້, ບັນດາ​ນັກ​ປະ​ຖະ​ກະຖາ​ໄດ​້​ແນະນຳ​ວິວັດ​ການ​ເຈລະຈາ​ໂດຍ​ສັງ​ເຂ​ບ, ໝາກຜົນ ​ແລະ ຄວາມ​ໝາຍ​ປະຫວັດສາດ​ຂອງ​ສັນຍາ​ປາຣີ. ບັນດາ​ຜູ້​ແທນ​ໄດ້​ຫວນ​ຄືນບົດຮຽນ​ຫລາຍ​ຢ່າງ​ໃນ​ການ​ເຈລະຈາຄື: ບົດຮຽນ​ກ່ຽວ​ກັບ​ການ​ຍາ​ດ​ແຍ່ງ​ກາລະ​ໂອກາດ, ບົດຮຽນ​ກ່ຽວ​ກັບ​ການ​ສົມທົບ​ກຳລັງ​ແຮງ​ທ່ົວ​ປວງ​ຊົນ​ທັງ​ຊາດ, ບົດຮຽນ​ກ່ຽວ​ກັບ​ການ​ປະສານ​ສົມທົບ​ລະຫວ່າງ​ການ​ທູດ ​ແລະ ການ​ທະຫານ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສົນ​ທະນາ, ທ່ານ ຫງວຽນ​ກວກ​ເກື່ອງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ​ໄດ້​ຢືນຢັນ​ວ່າ: 40 ປີ​ໄດ້​ຜ່ານ​ໄປ ​ແຕ່​ຄວາມ​ໝາຍ​ປະຫວັດສາດ​ຂອງ​ສັນຍາ​ປາຣີ ຍັງ​ຄົງມີ​ຄຸນຄ່າ​ເດີມ. ທ່ານ​ສະ​ເຫ​ນີ​ໃຫ້​ບັນດາ​ພະນັກງານ​ສະຖານທູດ ພ້ອມ​ກັບ​ບັນດາ​ອົງການ​ຕາງຫນ້າ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ​​ໝູນ​ໃຊ້​ບົດຮຽນ​ຈາ​ການ​ເຈລະຈາ​ສັນຍາ​ປາຣີ ​ຢ່າງ​ມີ​ໄຫວ​ພິບ ​ແລະ ຫົວ​ຄິດ​ປະດິດ​ສ້າງເຂົ້າ​ໃນ​ພຶດຕິ​ກຳ​ຕົວ​ຈິງຂອງ​ວຽກ​ງານ, ປະກອບສ່ວນ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ​ໃນ​ສະພາບ​ການ​ໃຫມ່.

 

 

ຂ່າວ/ບົດ​ອື່ນ