ບັນດາການນຳເຂົ້າຮ່ວມພິທີບາສີສູ່ຂວັນ
ພາບ:internet
|
(vovworld) - ວັນທີ 12/4, ສະຖານທູດ ລາວປະຈຳຫວຽດນາມ ໄດ້ຈັດພິທີຕ້ອນຮັບບຸນປີໃຫມ່ລາວ ພ.ສ 2556 (ປີມະເສັງ). ນະພິທີ, ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ຖືວ່າ: ການຈັດຕັ້ງພິທີຕ້ອນຮັບບຸນປີໃຫມ່ລາວ ຢູ່ ຮ່າໂນ້ຍ ມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບແບບພິເສດລະຫວ່າງ ລາວ ແລະ ຫວຽດນາມ. ປີ 2012, ສອງຝ່າຍໄດ້ສົມທົບກັນຈັດຕັ້ງປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວສຳເລັດຜົນ, ສ້າງບາດລ້ຽວສຳຄັນກ່ຽວກັບຄວາມເຂົ້າອົກເຂົ້າໃຈ ແລະ ຄວາມຮັບຜິດຊອບຂອງປະຊາຊົນສອງຊາດໃນການຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດ ລາວ ປະຈຳຫວຽດນາມ, ສົມພອນ ສີຈະເລີນ ກ່າວວ່າ:
“ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງທີ່ໄດ້ສະຫງວນການສະຫນັບສະຫນູນ, ການຊ່ວຍເຫລືອອັນໃຫຍ່ຫລວງ ແລະ ລ້ຳຄ່າ, ມີປະສິດທິຜົນ ແລະ ທັນການໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນລາວກ່ອນນີ້ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດປະຈຸບັນ.”
ສ່ວນທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ອວຍພອນບັນດາຜົນງານຊື່ງປະເທດລາວອ້າຍນ້ອງຍາດມາໄດ້ໃນຊຸມປີຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ: ປີ 2013 ແມ່ນປີມີເງື່ອນໄຂສະດວກຫລາຍຢ່າງເພ່ືອໃຫ້ສອງປະເທດຮັດແຫນ້ນ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ດ້ວຍບາດກ້າວພັດທະນາໃຫມ່. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ກ່າວວ່າ:
“ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໝັ້ນໝາຍພ້ອມກັບພັກ, ລັດ ແລະ ປະຊາຊົນ ລາວບັນດາເຜົ່າອ້າຍນ້ອງ ຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ຕະຫລອດການ. ພ້ອມກັນນັ້ນ ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືໃນອາຊຽນ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.”
ພາຍຫລັງພິທີ, ບັນດາການນຳພ້ອມກັບແຂກຖືກເຊີນໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ ແລະ ຟ້ອນລຳວົງ, ຮັບຟັງບັນດາບົດເພງແຫ່ງຄວາມສາມັກຄີ ຫວຽດນາມ - ລາວ.