ສະຖານທູດລາວອວຍພອນບຸນເຕັດສະຖານທູດຫວຽດນາມປະຈຳສິງກະໂປ

(VOVWORLD) -ໃນໄລຍະຜ່ານມາ ສະຖານທູດຂອງ 2 ປະເທດປະຈຳສິງກະໂປ ຍາມໃດກໍ່ຮັກສາສາຍພົວພັນສະໜິດແໜ້ນ, ໃກ້ຊິດສະໜິດສະໜົມ ແລະ ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານ.
ສະຖານທູດລາວອວຍພອນບຸນເຕັດສະຖານທູດຫວຽດນາມປະຈຳສິງກະໂປ - ảnh 1

ວັນທີ 08 ກຸມພາ, ທ່ານເອກອັກຄະລັດຖະທູດ ສປປ.ລາວ ປະຈຳສິງກະໂປ ຄອນແພງ ທຳມະວົງ ພ້ອມກັບພັນລະຍາ ແລະ ບັນດາພະນັກງານສະຖານທູດລາວ ໄດ້ໄປອວຍພອນສະຖານທູດຫວຽດນາມ ປະຈຳສິງກະໂປ ເນື່ອງໃນໂອກາດບຸນເຕັດປະຈຳຊາດຫວຽດນາມ ປີສະຫຼູ 2021, ທ່ານນາງ ຕ່າວທິແທັງເຮືອງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳສິງກະໂປ ເນັ້ນໜັກວ່າ, ຫວຽດນາມ ແລະ ລາວ ແມ່ນ 2 ປະເທດອ້າຍນ້ອງ, ມີສາຍພົວພັນພິເສດ. ບົນຈິດໃຈນັ້ນ, ໃນໄລຍະຜ່ານມາ ສະຖານທູດຂອງ 2 ປະເທດປະຈຳສິງກະໂປ ຍາມໃດກໍ່ຮັກສາສາຍພົວພັນສະໜິດແໜ້ນ, ໃກ້ຊິດສະໜິດສະໜົມ ແລະ ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານ. ທ່ານເອກອັກຄະລັດຖະທູດລາວ ຄອນແພງ ທຳມະວົງ ເຊື່ອໝັ້ນວ່າ, ສາຍພົວພັນແບບພິເສດລະຫວ່າງລາວ ແລະ ຫວຽດນາມ ຈະສືບຕໍ່ພັດທະນາໄປໄກກວ່າຄືດັ່ງຄຳເວົ້າຂອງປະທານໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ