ສະຖານທູດຫວຽດນາມ ປະຈຳລາວ ຈັດງານລ້ຽງ ເນື່ອງໃນໂອກາດປີໃໝ່ປະຈຳຊາດ ປີມະແມ 2015
(ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນແມ້ງຮຸ່ງ)
(vovworld) – ສະຖານທູດຫວຽດນາມ ປະຈຳລາວ ຈັດງານລ້ຽງເນື່ອງໃນໂອກາດປີໃໝ່ປະຈຳຊາດປີມະແມ 2015. ງານລ້ຽງຖືກດຳເນີນໃນຕອນຄໍ່າວັນທີ 06/02, ໂດຍມີການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດລາວ; ທ່ານ ບຸນປອນ ບຸດຕະນະວົງ, ຮອງນາຍົກລັດຖະມົນຕີ, ພ້ອມກັບເຈົ້າໜ້າທີ່ຂັ້ງສູງຂອງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ. ກ່າວຄຳເຫັນທີ່ງານລ້ຽງ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນແມ້ງຮຸ່ງ ຢືນຢັນວ່າ, ໃນປີ 2014, ການພົວພັນລະຫວ່າງຫວຽດນາມ - ລາວ ໄດ້ມີບາດກ້າວພັດທະນາຢ່າງແຮງ ແລະ ມີປະສິດທິຜົນໃນຫຼາຍຂົງເຂດ ແລະ ທຸກຂັ້ນ ຈາກຂັ້ນສູງກາງ ລົງຮອດທ້ອງຖິ່ນ. ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ, ນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ໄດ້ເປັນແຫຼ່ງກຳລັງອັນໃຫຍ່ຫຼວງໃຫ້ແກ່ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນຫວຽດນາມ ແລະ ປະຊາຊົນລາວ.
(ທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງການຕ່າງປະເທດລາວ)
ສ່ວນທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດລາວ ຢືນຢັນວ່າ, ສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າ ແລະ ແມ່ນໜຶ່ງໃນບັນດາປັດໃຈຕັດສິນໄຊຊະນະຂອງແຕ່ລະປະເທດ ຄວນສືບຕໍ່ປົກປັກຮັກສາ ແລະ ພັດທະນາຕະຫຼອດການ.