ສະຖານທູດຫວຽດນາມປະຈຳກຳປູເຈຍແລະUAEຕັ້ງໜ້າປົກປ້ອງພົນລະເມືອງ

ສະຖານທູດຫວຽດນາມປະຈຳກຳປູເຈຍແລະUAEຕັ້ງໜ້າປົກປ້ອງພົນລະເມືອງ - ảnh 1
ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ກຳ​ປູ​ເຈຍ
(ພາບ​ປະ​ກອບ: VGP)

(vovworld) - ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ກຳ​ປູ​ເຈຍ ຫາ​ກໍ່​ດຳ​ເນີນ​​ບັນ​ດາ​ມາດ​ຕະ​ການ​ປົກ​ປ້ອງ​ສຳ​ລັບ​ພົນ​ລະ​ເມືອງ​ຫວຽດ​ນາມ​ ຢ່າງ​ທັນ​ການ ພາຍ​ຫຼັງ​ທີ່​ເຈົ້າ​ໜ້າ​ທີ່​ກຳ​ປູ​ເຈຍ ກວດ​ຄົ້ນເຮືອນ​ເຊົ່າ​ບາງ​ຫຼັງຢູ່​ຕາ​ແສງ Niroth, ເມ​ືອງ Chbar Ampov, ນະ​ຄອນ ພະ​ນົມ​ເປັນ ແລະ ຈັບ​ຕົວ​ຊາວ​ຫວຽດ​ນາມ 84 ຄົນ ສົ່ງ​ໄ​ປ​ສູນ​ຄຸມ​ຂັງຊາວ​ຕ່າງ​ປະ​ເທດ​ຂອງ​ກົມ​ໃຫຍ່​ອົບ​ພະ​ຍົບ​ ແລະ ຢູ່​ອາ​ໄສກ​ຳ​ປູ​ເຈຍ ດ້​ວຍ​ສາຍ​ເຫດ​ແມ່ນ​ອາ​ໄສ​ຢ່າງ​ຜິດ​ກົດ​ໝາຍ​ໃນ​ວັນ​ທີ 01/07 ຜ່ານ​ມາ. ພາຍ​ຫຼັງ​ເກີດ​ເຫດ​ການ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໄດ້​ຊີ້​ນຳ​ໃຫ້​ສະ​ຖານ​ທູ​ດ​ຫວຽດ​ນາມ​ ປະ​ຈຳ​ກ​ຳ​ປູ​ເຈຍ ຮີບ​ເຮັ່ງ​ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ກຳ​ປູ​ເຈຍ ເພື່ອ​ຊອກ​ຮ​ູ້​ຂໍ້​ມ​ູນ ແລະ ມີ​ບັນ​ດາ​ມາດ​ຕະ​ການ​ປົກ​ປ້ອງ​ໂດຍ​ຈຳ​ເປັນ​ສຳ​ລັບ​ພົນ​ລະ​ເມືອງ​ຫວຽດ​ນາມ. ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ກຳ​ປູ​ເຈຍ ໃຫ້​ຮູ້​ວ່າ, ​ພົນ​ລະ​ເມືອງ​ທີ່ຖືກ​ຈັບ​ຕົວສ່ວນ​ຫຼາຍ​ແມ່ນ​ຊາວ​ກຳ​ປູ​ເຈຍ ເຊື້ອ​ຊາດ​ຫວຽດ​ນາມ ​ໄດ້​ຢູ່​ອາ​ໄສ​ຢ່າງ​ຖືກ​​ຕ້ອງຕາມ​ກົດ​ໝາຍ​​ກຳ​ປູ​ເຈຍ. ຕອນ​ບ່າຍ​ວັນ​ດຽ​ວ​ກັນ, ກຳ​ປູ​ເຈຍ ໄດ້​ປ່ອຍ​ຕົວ 74 ຄົນ ແລະ ຕອນ​ບ່າຍ​ວັນ​ທີ 03/07 ໄດ້​ປ່ອຍ​ຕົວ​ຈຳ​ນວນ​ຄົນ​ທີ່​ຍັງ​ເຫຼືອ.

        ​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ປົກ​ປ້ອງ​ພົນ​ລະ​ເມືອງ, ​ຫວ່າງ​ແລ້ວນີ້, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ສະ​ຫະ​ລັດ​ອາ​ຣັບ​ເອັມ​ມີ​ເ​ລັດ (UAE) ໄດ້​ຮັບ​ຂໍ້​ມູນ​ຈາກ​ຄະ​ນະ​ຕິດ​ຕໍ່​ຊາວ​ຫວຽດ​ນາມ ປະ​ຈຳ UAE ໃຫ​້​ຮູ້​ວ່າ, ມີ​ກຸ​່ມ​ອາດ​ຊະ​ຍາ​ກຳ​ໄດ້​​ຫຼອກ​ລວງ​ຈັບ​ຕົວ, ກັກ​ຂັງ, ທຸບຕີ​ພົນ​ລະ​ເມືອງ​ຫວຽດ​ນາມ ຢ່າງ​ຜິດ​ກົດ​ໝາຍ. ພາຍ​ຫຼັງ​ເກີດ​ເຫດ​ການ, ສະ​ຖານ​ທູ​ດ​ຫວຽດ​ນາມ ປະ​ຈຳ UAE ໄດ້​ຊອກ​ຫາ​ວິ​ທີ​ຕິດ​ຕໍ່, ເຮັດ​ແຈ​້ງ​ຂໍ້​ມ​ູນ, ​ກຳ​ນົດ​ສະ​ຖານ​ທີ່​ຢ່າງ​ທັນ​ທີ, ພ້ອມ​ທັງ​ຈັດ​ສົ່ງ​ພະ​ນັກ​ງານ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​​ມີ​ໜ້າ​ທີ່ຮັບ​ຜິດ​ຊອ​ບ​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນ ເພື່ອ​ແນ​ໃສ່ກອບກູ້​​ພົນ​ລະ​ເມືອງ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ