ສະຖານທູດຫວຽດນາມປະຈຳລາວ ອວຍພອນວັນຄົບຮອບ 64 ປີຂອງພັກປະຊາຊົນປະຕິວັດລາວ

(VOVWORLD) -ວັນທີ 20 ມີນາ, ຄະນະພະນັກງານສະຖານທູດຫວຽດນາມປະຈຳລາວ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ນຳໜ້າ ໄດ້ໄປຢ້ຽມຢາມຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ທີ່ນະຄອນຫຼວງວຽງຈັນເພື່ອ ອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22ມີນາປີ 1955 - ວັນທີ 22 ມີນາປີ 2019) 
ສະຖານທູດຫວຽດນາມປະຈຳລາວ ອວຍພອນວັນຄົບຮອບ 64 ປີຂອງພັກປະຊາຊົນປະຕິວັດລາວ - ảnh 1 ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ມອບຊໍ່ດອກໄມ້ໃຫ້ຜູ້ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ

ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ສະແດງຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈຕໍ່ໜ້າບັນດາໄຊຊະນະ ແລະ ຜົນງານອັນໃຫຍ່ຫຼວງຊຶ່ງປະຊາຊົນລາວອ້າຍນ້ອງຍາດມາໄດ້ໃນຕະຫຼອດພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໃນໄລຍະ 64 ປີທີ່ຜ່ານມາ. ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ເຊື່ອໝັ້ນວ່າ 2 ຝ່າຍຈະສືບຕໍ່ປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງ 2 ປະເທດຢ່າງມີໄຊ.

    ສ່ວນທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ເນັ້ນໜັກວ່າ ສາຍພົວພັນມິດຕະພາບແບບພິເສດລະຫວ່າງລາວ-ຫວຽດນາມ ແມ່ນສາຍພົວພັນມີພຽງແຕ່ໜຶ່ງບໍ່ມີສອງໃນໂລກນີ້. ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຈະເຮັດສຸດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພຸນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ແລະ ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ໃຫ້ນັບມື້ນັບຂະຫຍາຍຕົວ, ແລະ ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ