(VOVWORLD) -ນີ້ແມ່ນໜຶ່ງໃນບັນດາກິດຈະກຳດ້ານເຕັກນິກທີ່ໃຫຍ່ຫຼວງໂດຍ VOV ກໍ່ສ້າງ, ຄຸ້ມຄອງ ແລະ ເຄື່ອນໄຫວ.
(ສະຖານີເຄື່ອງສົ່ງເຂດທາງທິດໃຕ້ພາກກາງ) |
ພາຍຫຼັງຮັບການກໍ່ສ້າງເປັນເວລາເກືອບ 1 ປີ, ວັນທີ 01 ກັນຍາ, ຢູ່ແຂວງ ນິງທ້ວນ, ສະຖານີເຄື່ອງສົ່ງເຂດທາງທິດໃຕ້ພາກກາງ ຂຶ້ນກັບວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ, ປົກຄຸມຄື້ນໃຫ້ເຂດທະເລຕາເວັນອອກ ແລະ ບັນດາເຂດແຄມຝັ່ງທະເລທາງທິດໃຕ້ພາກກາງ.
ນີ້ແມ່ນໜຶ່ງໃນບັນດາກິດຈະກຳດ້ານເຕັກນິກທີ່ໃຫຍ່ຫຼວງໂດຍ VOV ກໍ່ສ້າງ, ຄຸ້ມຄອງ ແລະ ເຄື່ອນໄຫວ. ທ່ານ ເລດິ່ງລາມ, ຫົວໜ້າສູນເຕັກນິກກະຈາຍສຽງ-ໂທລະພາບ, VOV, ໃຫ້ຮູ້ວ່າ:
“ສະຖານີເຄື່ອງສົ່ງເຂດທິດໃຕ້ພາກກາງແມ່ນໜຶ່ງໃນບັນດາກິດຈະກຳເຕັກນິກໃຫຍ່ມີຄວາມໝາຍພິເສດສຳຄັນໃນການເພີ່ມທະວີກຳລັງຄວາມສາມາດປົກຄຸມຄື້ນກະຈາຍສຽງຂອງ VOV ຢູ່ເຂດທາງທິດໃຕ້ພາກກາງ ແລະ ເຂດທະເລ ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ. ກິດຈະກຳດັ່ງກ່າວໄດ້ປະກອບສ່ວນລະດົມກຳລັງໃຈແກ່ບັນດາກຳລັງຢູ່ທະເລ, ໃນນັ້ນມີຊາວປະມົງໃຫ້ມີຄວາມອຸ່ນອ່ຽນໃຈຕິດພັນກັບທະເລເພື່ອຜະລິດ, ຍົກສູງສະຕິການປົກປັກຮັກສາອະທິປະໄຕເຂດທະເລ ໝູ່ເກາະແຫ່ງສັກກະລະບູຊາຂອງປະເທດຊາດ ແລະ ເປັນການຢັ້ງຢືນອະທິປະໄຕ, ອຳນາດອະທິປະໄຕຂອງຫວຽດນາມ ຢູ່ເຂດນ່ານທະເລຜ່ານຄື້ນວິທະຍຸກະຈາຍສຽງ”.