ສະພາຄວາມໝັ້ນຄົງສປຊ ຈັດກອງປະຊຸມກ່ຽວກັບຊີຣີແລະຮັບຮອງເອົາບັນດາເອກະສານກ່ຽວຂ້ອງເຖິງ ລີບີ ແລະໂຊມາລີ
(VOVWORLD) - ຫວຽດນາມ ເອົາໃຈໃສ່ ແລະຕິດຕາມສະພາບການຢູ່ ໂຊມາລີ, ແລະ ຮຽກຮ້ອງລັດຖະບານໂຊມາລີ ແລະບັນດາຝ່າຍກ່ຽວຂ້ອງ ບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບວັນເວລາຈັດຕັ້ງການເລືອກຕັ້ງ ແລະ ແກ້ໄຂບັນດາບັນຫາຍັງຄົງຄ້າງ.
ທ່ານ ຟ້າມຫາຍແອງ, ເອກອັກຄະລັດຖະທູດ ອຸປະທູດຊົ່ວຄາວ ຂອງຫວຽດນາມ ຢູ່ ສປຊ (ພາບ:ນັກຂ່າວvov ປະຈຳ ອາເມລິກາ) |
ວັນທີ 9 ກຸມພາ, ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືສະພາບການການເມືອງຢູ່ ຊີຣີ ແລະ ບັນດາການຜັນແປມໍ່ໆມານີ້ກ່ຽວຂ້ອງເຖິງສະພາບການເລືອກຕັ້ງຢູ່ ໂຊມາລີ.
ກ່ຽວກັບສະພາບການຢູ່ ຊີຣີ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມຫາຍແອງ, ເອກອັກຄະລັດຖະທູດ ອຸປະທູດຊົ່ວຄາວ ຂອງຫວຽດນາມ ຢູ່ ສປຊ ໄດ້ເນັ້ນຫນັກຢ່າງແຮງວ່າ ຄວນເພີ່ມທະວີການເຈລະຈາ ແລະຊຸກຍູ້ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍກ່ຽວຂ້ອງ ດ້ວຍການຫນູນຊ່ວຍ ແລະການປະກອບສ່ວນສ້າງສັນຂອງ ສປຊ ແລະສາກົນ; ພ້ອມທັງສະແດງຄວາມວິຕົກກັງວົນຕໍ່ສະພາບຫຍຸ້ງຍາກຂອງຊາວ ຊີຣີ ຕໍ່ຫນ້າຄວາມຂາດສະຖຽນລະພາບທີ່ແກ່ຍາວ ແລະ ສະພາບການມະນຸດສະທຳຍັງປະສົບກັບສິ່ງທ້າທາຍຫລາຍຢ່າງ.
ກ່ຽວກັບສະພາບການ ໂຊມາລີ, ທ່ານ ຟ້າມຫາຍແອງ ເນັ້ນຫນັກວ່າ: ຫວຽດນາມ ເອົາໃຈໃສ່ ແລະຕິດຕາມສະພາບການຢູ່ ໂຊມາລີ, ແລະ ຮຽກຮ້ອງລັດຖະບານໂຊມາລີ ແລະບັນດາຝ່າຍກ່ຽວຂ້ອງ ບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບວັນເວລາຈັດຕັ້ງການເລືອກຕັ້ງ ແລະ ແກ້ໄຂບັນດາບັນຫາຍັງຄົງຄ້າງ.