ສະພາຄວາມໝັ້ນຄົງສປຊອອກມະຕິສະກັດກັ້ນແຫຼ່ງລາຍຮັບຂອງບັນດາອົງການກໍ່ການຮ້າຍ
ສຳພັນທະມິດຕ້ານ IS ໂຮມປະຊຸມຢູ່ ອັງກິດ
(ພາບ: AFP/TTXVN)
|
(vovworld) - ວັນທີ 12/2, ສະພາຄວາມໝັ້ນຄົງ ສປຊ ໄດ້ປຶກສາຫາລື ແລະ ເຫັນດີເປັນເອກະສັນຮັບຮອງເອົາມະຕິເພື່ອແນໃສ່ສະກັດກັ້ນບັນດາແຫຼ່ງລາຍຮັບດ້ານການເງິນ, ກ່ອນອື່ນໝົດແມ່ນຈາກການຂາຍນ້ຳມັນກະຊວນ, ຂອງອົງການກໍ່ການຮ້າຍ “ລັດອິດສະລາມ” (IS) ອ້າງຊື່ເອງ , ແນວໂຮມ Al – Nusrah (ANF) ແລະ ບາງຝ່າຍ, ກຸ່ມກໍ່ການຮ້າຍອື່ນໆອີກ. ຕາມຂໍ້ລິເລີ່ມຂອງລັດເຊຍ ແລ້ວ, ໃນວາລະປະຊຸມທີ່ສຳນັກງານຕົ້ນຕໍຂອງ ສປຊ ຢູ່ ນິວຢອກ, ອາເມລິກາ, ບັນດາຜູ້ຕາງໜ້າຂອງ 15 ປະເທດສະມາຊິກ ສປຊ ໄດ້ຄັດຄ້ານບັນດາການຊື້ - ຂາຍ ໂດຍກົງ ຫຼື ໂດຍທາງອ້ອມກັບບັນດາອົງການກໍ່ການຮ້າຍກ່ຽວຂ້ອງເຖິງນ້ຳມັນ, ບັນດາຜະລິດຕະພັນຈາກນ້ຳມັນກະຊວນ, ບັນດາວັດຖຸອຸປະກອນຂຸດຄົ້ນ, ຂົນສົ່ງນ້ຳມັນ. ສະພາຄວາມໝັ້ນຄົງ ສປຊ ຖືວ່າ: ບັນດາການທຸລະກຳ, ດັ່ງນັ້ນຈະສົ່ງເສີມອົງການກໍ່ການຮ້າຍ ເພີ່ມທະວີການເຄື່ອນໄຫວ, ດັ່ງນັ້ນຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ສປຊ ຢຸດຕິທຸກໆການພົວພັນດ້ານວັດຖຸ ແລະ ການເງິນກັບບັນດາອົງການກໍ່ການຮ້າຍດັ່ງກ່າວ.