ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິສະໜັບສະໜູນຂໍ້ຕົກລົງນິວເຄຼຍອີຣານ

ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິສະໜັບສະໜູນຂໍ້ຕົກລົງນິວເຄຼຍອີຣານ - ảnh 1
ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິ
ສະໜັບສະໜູນຂໍ້ຕົກລົງນິວເຄຼຍອີຣານ
(ພາບ: reuters)


​​(vovworld) - ວັນ​ທີ 20/07, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ກະ​ກຽມ​ໃຫ້​ເລື່ອງ​ຍົກ​ເລີກ​ບັນດາ​ມາດ​ຕະການ​ລົງ​ໂທດ​ສາກົນ ​ແນ​ໃສ່​ພື້ນຖານ​ເສດຖະກິດ​ຂອງ​ອີຣານ, ​ແຕ່​ຍັງ​ກ່າວ​ເຕືອນ​ວ່າ ອາດຈະ​ຈັດ​ວາງ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ໃນ​ຮອບ​ເວລາ 10 ປີ ຈະ​ມາ​ເຖິງຄືນ​ໃໝ່ ຖ້າ​ຫາກ​ອີຣານ ລະ​ເມີດ​ຂໍ້​ຕົກລົງ​ປະ​ຫວັດ​ສາດ​ຫາ​ກໍ​ບັນລຸ​ໄດ້​ກັບ​ກຸ່ມ P5+1 (ເຊິ່ງລວມມີ​ອັງກິດ, ຝລັ່ງ, ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ). ການ​ກະທຳ​ນີ້​ເປັນ​ຂີດ​ໝາຍ​ຂອງ​ເລື່ອງ​ສະຫະ​ປະຊາ​ຊາດ​​ສະໜັບ​ສະ​ໜູນ​ຂໍ້​ຕົກລົງ​​ດ້ານນິວ​ເຄຼຍທີ່​ຫາ​ກໍບັນລຸ​ໄດ້​ຢູ່​ໂອ​ຕາ​ລິດ ​ໃນ​ສັບປະດາ​ກ່ອນ​ລະຫວ່າງ​ອີຣານ ​ແລະ ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​ໂລກຢ່າງ​ເປັນ​ທາງ​ການ​. ​ເມື່ອ​ບັນດາຄຳ​ສັ່ງ​ລົງ​ໂທດ​ຖືກຍົກ​ເລີກ, ມະຕິ 7 ສະບັບ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ລົງ​ໂທດ​ອີຣານ ​ໄດ້​ຮັບຮອງ​ເອົາ​ແຕ່​ປີ 2006 ກໍ​ຈະ​ຖືກ​ຍົກ​ເລີກ​ເທື່ອ​ລະ​ກ້າວ ດ້ວຍ​ເງື່ອນ​ໄຂອີຣານ ​ຕ້ອງປະຕິບັດ​ຕາມ​ຂໍ້​ຕົກລົງນິວ​ເຄຼຍທີ່​ບັນລຸ​ໄດ້ ​ກໍ​ຄື​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບໍ່​ພັດທະນາ​ລູກ​ລະ​ເບີດ​ນິວ​ເຄຼຍ.

ຂ່າວ/ບົດ​ອື່ນ